ວຽກງານຄຸ້ມຄອງລັດກ່ຽວກັບສາສະໜາ ຍາມໃດກໍ່ເສີມຂະຫຍາຍປະສິດທິພາບ, ປະສິດທິຜົນ

(VOVWORLD) -ຕອນເຊົ້າວັນທີ 27 ທັນວາ, ທີ່ຮ່າໂນ້ຍ, ກະຊວງພາຍໃນ ຫວຽດນາມ, ຄະນະສາສະໜາລັດຖະບານໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018 ຂອງຂະແໜງຄຸ້ມຄອງລັດກ່ຽວກັບສາສະໜາ.
ວຽກງານຄຸ້ມຄອງລັດກ່ຽວກັບສາສະໜາ ຍາມໃດກໍ່ເສີມຂະຫຍາຍປະສິດທິພາບ, ປະສິດທິຜົນ - ảnh 1 ກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍໜ້າທີ່ປີ 2018 ຂອງຂະແໜງຄຸ້ມຄອງລັດກ່ຽວກັບສາສະໜາ

ປີ 2017 ຂະແໜງສາສະໜາໄດ້ສາມັກຄີ, ປ່ຽນແປງໃໝ່, ຍົກສູງຄຸນນະພາບວຽກງານຄຸ້ມຄອງລັດກ່ຽວກັບສາສະໜາ. ປີ 2018 ວຽກງານຄຸ້ມຄອງລັດກ່ຽວກັບສາສະໜາສືບຕໍ່ສ້າງເງື່ອນໄຂເພື່ອພັດທະນາເສດຖະກິດຢູ່ເຂດພໍ່ແມ່ປະຊາຊົນຖືສາສະໜາ, ມີແຜນການຝຶກອົບຮົມລະດັບຄວາມຮູ້ໃຫ້ຜູ້ມີຍົດຖາບັນດາສັກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີຂະແໜງຄຸ້ມຄອງລັດກ່ຽວກັບສາສະໜາຈົ່ງຈັດຕັ້ງຜັນຂະຫຍາຍແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດສຳລັບພໍ່ແມ່ປະຊາຊົນຖືສາສະໜາເປັນຢ່າງດີ. ພ້ອມທັງ ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການເຫຼື້ອມໃສ, ສາສະໜາ ຮັບປະກັນການປະຕິບັດເຄົາລົບຕໍ່ກົດໝາຍໃນພຶດຕິກຳຕົວຈິງຢ່າງມີປະສິດທິຜົນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ສະເໜີວ່າ:

        “ນ້ຳໃຈສາມັກຄີແມ່ນສຳຄັນທີ່ສຸດ, ບໍ່ອາດມີການຈຳແນກ, ເມີນເສີຍ ແລະ ບໍ່ຮັບຮູ້ດ້ານຕັ້ງໜ້າຂອງສາສະໜາ. ນັ້ນແມ່ນສິ່ງທີ່ຕ້ອງເອົາໃຈໃສ່ທີ່ສຸດ. ຢູ່ບ່ອນໃດ ຄະນະພັກ, ແນວໂຮມປະເທດຊາດ, ອົງການຈັດຕັ້ງມະຫາຊົນປະຕິບັດການຂົນຂວາຍ, ສ້າງເງື່ອນໄຂອັນດີງາມ ເພື່ອດຳເນີນບັນດາການເຄື່ອນໄຫວສາສະໜາ ຕາມຂໍ້ກຳນົດຂອງກົດໝາຍ ຢູ່ບ່ອນນັ້ນ ຈຶ່ງມີສະຖຽນລະພາບ, ຢູ່ບ່ອນໃດ ພວກເຮົາຍັງບໍ່ທັນປະຕິບັດເປັນຢ່າງດີ ບ່ອນນັ້ນ ຍັງມີສະພາບການສັບສົນ.


ຕອບກັບ

ຂ່າວ/ບົດ​ອື່ນ