ວຽກ​ງານ​ຕ້ອນ​ຮັບ ແລະ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຢູ່​ຢູ​ແກຼນ

(VOVWORLD) -ກະຊວງການຕ່າງປະເທດ ໄດ້ຊີ້ນຳບັນດາອົງການຕາງໜ້າສົມທົບກັບບັນດາສະມາຄົມຊາວຫວຽດນາມ ອາໄສຢູ່ບັນດາປະເທດຄື: ໂປໂລຍ, ລັດເຊຍ, ຮູງກາຣີ, ຣູມານີ, ສະໂລວາກີ ແລະ ເບລາຣຸດ, ຊອກຂໍ້ມູນໃຫ້ແກ່ຂັ້ນການໄປລົບໄພ, ຈັດຕັ້ງການຕ້ອນຮັບ ແລະ ໜູນຊ່ວຍພໍ່ແມ່ປະຊາຊົນຊາວຫວຽດນາມທີ່ລົບໄພມາຈາກຢູແກຼນ ໃນກໍລະນີທີ່ເຂົາເຈົ້າ ໄປຍັງບັນດາປະເທດໃກ້ຄຽງ.
ວຽກ​ງານ​ຕ້ອນ​ຮັບ ແລະ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ຢູ່​ຢູ​ແກຼນ - ảnh 1ຊາວຫວຽດນາມ ລົບໄພຈາກຢູແກຼນ (ພາບ: TTXVN)

ຕໍ່ໜ້າສະພາບການຜັນແປຢ່າງສັບສົນຂອງຢູແກຼນ, ເພື່ອຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ ຢູແກຼນ ມາລົບໄພ, ຕອນບ່າຍວັນທີ 2 ມີນາ, ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະໜອງບາງຂໍ້ມູນພ້ອມກັບບັນດາສູນຕິດຕໍ່ພົວພັນຕັດຂັດໄປນຳ ເພື່ອໃຫ້ພໍ່ແມ່ປະຊາຊົນ ຫວຽດນາມ ອາໄສຢູ່ຢູແກຼນຕິດຕໍ່ພົວພັນໃນກໍລະນີທີ່ຈຳເປັນ.

ກະຊວງການຕ່າງປະເທດ ໄດ້ຊີ້ນຳບັນດາອົງການຕາງໜ້າສົມທົບກັບບັນດາສະມາຄົມຊາວຫວຽດນາມ ອາໄສຢູ່ບັນດາປະເທດຄື: ໂປໂລຍ, ລັດເຊຍ, ຮູງກາຣີ, ຣູມານີ, ສະໂລວາກີ ແລະ ເບລາຣຸດ, ຊອກຂໍ້ມູນໃຫ້ແກ່ຂັ້ນການໄປລົບໄພ, ຈັດຕັ້ງການຕ້ອນຮັບ ແລະ ໜູນຊ່ວຍພໍ່ແມ່ປະຊາຊົນຊາວຫວຽດນາມທີ່ລົບໄພມາຈາກຢູແກຼນ ໃນກໍລະນີທີ່ເຂົາເຈົ້າ ໄປຍັງບັນດາປະເທດໃກ້ຄຽງ.

 ຄະນະກຳມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດໄດ້ສະໜອງບາງຂໍ້ມູນພ້ອມກັບບັນດາສູນຕິດຕໍ່ພົວພັນຕິດຂັດໄປນຳ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ຢູແກຼນຕິດຕໍ່ພົວພັນໃນກໍລະນີທີ່ຈຳເປັນ, ພ້ອມທັງຈະສືບຕໍ່ອັບເດດ ແລະ ແຈ້ງໃຫ້ພໍ່ແມ່ປະຊາຊົນຮັບຊາບເມື່ອມີຂໍ້ມູນໃໝ່.

ແລະກໍ່ໃນຕອນຄ່ຳວັນທີ 2 ມີນາ, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ, ກ່ຽວກັບສະພາບການປົກປ້ອງພົນລະເມືອງຢູ່ຢູແກຼນ, ໜ່ວຍຮັບຜິດຊອບການປົກປ້ອງພົນລະເມືອງລວມມີບັນດາໜ່ວຍງານທີ່ກ່ຽວຂ້ອງຂອງ ກະຊວງການຕ່າງປະເທດ ໄດ້ສົມທົບກັບບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຢູແກຼນ ແລະ ບັນດາປະເທດໃກ້ຄຽງສືບຕໍ່ຕັ້ງໜ້າຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍຊາວຫວຽດນາມ ອາໄສຢູ່ຢູແກຼນ ອອກຈາກເຂດສູ້ຮົບໄປຍັງເຂດປອດໄພ.


ຕອບກັບ

ຂ່າວ/ບົດ​ອື່ນ