(vovworld) - ຕອນເຊົ້າວັນທີ 10/1 ຢູ່ ຮ່າໂນ້ຍ, ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດກອງປະຊຸມຜ່ານເຄືອຂ່າຍ ອິນເຕີເນັດລະຫວ່າງ 6 ສະຖານທີຄື: ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຟູ໋ທໍ້, ດ່າໜັງ, ເກີນເທີ, ຢາລາຍ ເພື່ອຜັນຂະຫຍາຍວຽກງານວັດທະນະທຳ ກິລາ ແລະ ທ່ອງທ່ຽວ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທ້ຽນເຍີນ ຖືວ່າ: ຜົນງານທາງດ້ານວັດທະນະທຳ ກິລາ ແລະ ທ່ອງທ່ຽວຂອງຫວຽດນາມ ປີ 2012 ໄດ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສະຖຽນລະພາບໃຫ້ແກ່ປະເທດຊາດ ພ້ອມທັງປັບປຸງ ໂຄສະນາພາບພົດຫວຽດນາມ ໃຫ້ແກ່ເພື່ອນມິດສາກົນ, ທ່ານກ່າວວ່າ:
“ທີ່ໜຶ່ງ, ພວກເຮົາຕ້ອງມີຍຸດທະສາດວາງແຜນກຳນົດ ການທ່ອງທ່ຽວທົ່ວປະເທດ. ໃນໄລຍະ 2012 – 2013, ພວກເຮົາຈະສຸມໃສ່ຫັນແຜນກຳນົດການທ່ອງທ່ຽວລະດັບເຂດໃຫ້ເປັນລະອຽດ, ໂຄສະນາເຄືື່ອງໝາຍການຄ້າຂອງຂະແໜງທ່ອງທ່ຽວ, ເຮັດແນວໃດເພື່ອໃຫ້ລັດວິສາຫະກິດທ່ອງທ່ຽວ ແລະ ລັດ ພ້ອມກັນເຂົ້າຮ່ວມ. ສິ່ງນີ້ ແມ່ນສຳຄັນທີ່ສຸດ. 2 ຝ່າຍຕ້ອງສົມທົບກັນຄືແນວໃດ ເພື່ອນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ຕົນເອງ. ຂ້າພະເຈົ້າສະເໜີວ່າ: ພວກເຮົາຄວນມີແຜນຮ່າງລະອຽດໂດຍໄວ ແລະ ຕີລາຄາການສົ່ງເສີມການໂຄສະນາເຄື່ອງໝາຍການຄ້າທ່ອງທ່ຽວ ໃນປີທີ່ຜ່ານມາ ແລະ ຄວນດຳເນີນກອງປະຊຸມຫົວເລື່ອງ ເພື່ອຕີລາຄາວຽກງານໃຊ້ຈ່າຍ ໂດຍນຳໃຊ້ງົບປະມານຂອງລັດ ແລະ ວິສາຫະກິດ, ທ້ອງຖິ່ນ ເພື່ອສົ່ງເສີມການໂຄສະນາເຄື່ອງໝາຍການຄ້າ ຂອງປະເທດຊາດ”