ສ ເກົາຫຼີ: UAV ຂອງ ສປປ ເກົາຫຼີ ໄດ້ບິນການເສັ້ນ ຊາຍແດນລະຫວ່າງສອງປະເທດ

(VOVWORLD) - ບັນດາ UAV ໄດ້ບິນຜ່ານເຂດເສັ້ນແດນການທະຫານລະຫວ່າງສອງປະເທດ, ບິນລຽບຕາມບັນດາເຂດຢູ່ Gimpo
ສ ເກົາຫຼີ: UAV ຂອງ ສປປ ເກົາຫຼີ ໄດ້ບິນການເສັ້ນ ຊາຍແດນລະຫວ່າງສອງປະເທດ - ảnh 1
UAV ທີ່ສົ່ງໄສແມ່ນຂອງ ສປປ ເກົາຫຼີ ຕົກຢູ່ເຂດດິນແດນປີ 2017
(ພາບ: AP)

ສຳນັກຂ່າວສານ Yonhap ໄດ້ຄັດສະເໜີຄຳເວົ້າຂອງວົງການເຈົ້າໜ້າທີ່ ສ ເກົາຫຼີ ໂດຍໃຫ້ຮູ້ວ່າ: ມີເຄື່ອງບິນບໍ່ມີຄົນຂັບ 5 ລຳ (UAV) ຂອງ ສປປ ເກົາຫຼີ ໄດ້ບິນກາຍເສັ້ນຊາຍແດນລະຫວ່າງ ເກົາຫຼີ ໃນວັນທີ 26 ທັນວາ.

        ຕາມສະພາເສນາທິການໃຫຍ່ທະຫານປະສົມ ສ ເກົາຫຼີ (JCS) ແລ້ວ, ກອງທັບ ສ ເກົາຫຼີ ໄດ້ພົບເຫັນ UAV ຢູ່ເຂດຊາຍແດນຂອງແຂວງ Gyeonggi ໃນເວລາ 10 ໂມງ 25 ນາທີ (ຕາມເວລາທ້ອງຖິ່ນ). ບັນດາ UAV ໄດ້ບິນຜ່ານເຂດເສັ້ນແດນການທະຫານລະຫວ່າງສອງປະເທດ, ບິນລຽບຕາມບັນດາເຂດຢູ່ Gimpo, ເກາະ Ganghwa ແລະ Paju, ເຊິ່ງໄດ້ກະທົບເຖິງການເຄື່ອນໄຫວການບິນພົນລະເຮືອນ. ໜຶ່ງໃນຈຳນວນ UAV ນີ້ໄດ້ບິນຮອດເຂດທາງທິດເໜືອຂອງນະຄອນຫຼວງ ເຊີອູນ, ໃນຂະນະທີ່ບັນດາລຳຍັງເຫຼືອໄດ້ບິນຢູ່ພາຍໃນ ແລະ ອ້ອມແອ້ມເກາະ Ganghwa, ທາງທິດຕາເວັນຕົກຂອງນະຄອນຫຼວງ ເຊີອູນ ເປັນຕົ້ນ. ສ ເກົາຫຼີ ໄດ້ສົ່ງຄຳກ່າວເຕືອນ, ຍິງເຕືອນ, ສັ່ງເຮືອບິນສູ້ຮົບໄປເພື່ອສະກັດກັ້ນ UAV.

ຕອບກັບ

ຂ່າວ/ບົດ​ອື່ນ