ສ ເກົາຫຼີ ຢາກຟື້ນຟູກົນໄກສົມທົບ 3 ຝ່າຍກັບ ຍີ່ປຸ່ນ ແລະ ຈີນ

(VOVWORLD) - ປະຈຸບັນ, ສ ເກົາຫຼີ ພວມແມ່ນປະທານຜັດປ່ຽນຂອງກອງປະຊຸມສຸດຍອດ 3 ຝ່າຍ ສ ເກົາຫຼີ - ຈີນ - ຍີ່ປຸ່ນ. ກອງປະຊຸມນີ້ຖືກຕັດຕອນນັບແຕ່ປີ 2019 ຍ້ອນການຂັດແຍ້ງກັນໃນປະຫວັດສາດລະຫວ່າງ ເຊີອຸນ
ສ ເກົາຫຼີ ຢາກຟື້ນຟູກົນໄກສົມທົບ 3 ຝ່າຍກັບ ຍີ່ປຸ່ນ ແລະ ຈີນ - ảnh 1ທ່ານ Yoon Suk Yeol, ປະທານາທິບໍດີ ສ ເກົາຫຼີ
(ພາບ:AFP/TTXVN)

ວັນທີ 6 ກັນຍາ, ທ່ານ Yoon Suk Yeol, ປະທານາທິບໍດີ ສ ເກົາຫຼີ ໃຫ້ຮູ້ວ່າ: ປະເທດນີ້ມີແຜນການສົມທົບກັນຢ່າງແໜ້ນແຟ້ນກັບ ຍີ່ປຸ່ນ ແລະ ຈີນ ເພື່ອຟື້ນຟູບັນດາກົນໄກຮ່ວມມື 3 ຝ່າຍ ໃນອະນາຄົດໃກ້ໆນີ້, ໃນນັ້ນມີການຈັດກອງປະຊຸມສຸດຍອດ ສ ເກົາຫຼີ - ຈີນ - ຍີ່ປຸ່ນ. ກ່າວຄຳເຫັນທີ່ກອງປະຊຸມ ອາຊຽນ +3 (ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ກັບ ສ ເກົາຫຼີ - ຈີນ - ຍີ່ປຸ່ນ) ທີ່ຈັດຂຶ້ນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ, ທ່ານປະທານາທິບໍດີ Yoon Suk Yeol ຖືວ່າ ການຮ່ວມມື ສ ເກົາຫຼີ - ຈີນ - ຍີ່ປຸ່ນ ຫາກໍ່ເປີດສັງກະລາດໃໝ່ຍ້ອນໄດ້ປັບປຸງການພົວພັນລະຫວ່າງ ສ ເກົາຫຼີ ແລະ ຍີ່ປຸ່ນ ຫວ່າງມໍ່ໆມານີ້. ເຊີອຸນ ເຊື່ອໝັ້ນວ່າ ເລື່ອງສ້າງການຮ່ວມມືກັບ ຍີ່ປຸ່ນ ແລະ ຈີນ ຄືນໃໝ່ ຈະນຳມາເຊິ່ງບາດກ້າວກະໂດດຂັ້ນໃໝ່ໃນການຮ່ວມມື ອາຊຽນ +3.

        ປະຈຸບັນ, ສ ເກົາຫຼີ ພວມແມ່ນປະທານຜັດປ່ຽນຂອງກອງປະຊຸມສຸດຍອດ 3 ຝ່າຍ ສ ເກົາຫຼີ - ຈີນ - ຍີ່ປຸ່ນ. ກອງປະຊຸມນີ້ຖືກຕັດຕອນນັບແຕ່ປີ 2019 ຍ້ອນການຂັດແຍ້ງກັນໃນປະຫວັດສາດລະຫວ່າງ ເຊີອຸນ ແລະ ໂຕກຽວ ເຄັ່ງຮ້ອນຄືນໃໝ່ ແລະ ຍ້ອນຜົນກະທົບຂອງໂລກລະບາດໂຄວິດ -19.

ຕອບກັບ

ຂ່າວ/ບົດ​ອື່ນ