ສ ເກົາຫຼີ ໜູນຊ່ວຍ ມະນຸດສະທຳ ໃຫ້ແກ່ ສປປ ເກົາຫຼີ

ສ ເກົາຫຼີ ໜູນຊ່ວຍ ມະນຸດສະທຳ ໃຫ້ແກ່ ສປປ ເກົາຫຼີ - ảnh 1
ເດັກນ້ອຍ ສປປ ເກົາຫຼີ ກິນ vitamin A
(ພາບ: AP)

(vovworld) – ວັນ​ທີ​ 2/9, ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະລາດ ສ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້​ຈະ​ໜູນ​ຊ່ວຍ​ມະນຸດສະທຳຈຳນວນ​ເງິນ​ກ່ວາ 6 ລ້ານ USD ​ໃຫ້​ແກ່​ ສປປ ​ເກົາຫຼີ ຜ່ານ​ອົງການ​ອະນາ​​ໄມ​ໂລກ (WHO). ຈຳນວນ​ເງິນ​ນີ້​ຈະ​​ສົ່ງ​ເຖິງ WHO ​ເພື່ອຊ່ວຍ​ສ້ອມ​​ແປງ​ບັນດາ​ຮາກ​ຖານ​ສາທາລະນະ​ສຸກ, ບຳລຸງ​ສ້າງ​ພະນັກງານ​ການ​ແພດ ​ແລະ ສະໜອງ​ຢຸກຢາ​ທີ່​ຈຳ​ເປັນ​ໃຫ້​ແກ່​ປະຊາຊົນ ສປປ ​ເກົາຫຼີ.

    ​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ຄະນະກຳມະການ​ຮ່ວມ 2 ພາກ​ ​ເກົາຫຼີ ຂອງ​ຝ່າຍ ສ ​ເກົາຫຼີ Kim Ki – woong ​ໃຫ້​ຮູ້​ວ່າ: ​ເຊີ​ອູ​ນ ຈະ​ມານະ​ພະຍາຍາມ​ຍົກ​ເຂດ​ອຸດສາຫະກຳຮ່ວມ Kaesong ຂຶ້ນ​ລະດັບ​ສາກົນ. ຄຳ​ເຫັນ​ນີ້​ໄດ້​ຍົກ​ອອກ​ມາກ່ອນ​ທີ່​ທ່ານ Kim Ki – woong ​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ຄະນະ​ກຳມະການ​ຮ່ວມ​ຢູ່​ເຂດ​ອຸດສາຫະກຳ Kaesong ​ໃນ​ຕອນ​ເຊົ້າວັນ​ທີ 2/9. ທ່ານ Kim Ki – woong ຢັ້ງຢືນຄວາມ​ຕັດສິນ​ໃຈ​ຂອງ ສ ​ເກົາຫຼີ ​ໃນ​ການ​ນຳ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ 2 ພາກ ​ເກົາຫຼີ ນີ້​ໃຫ້​ເປັນ​ສະພາບ​​ແວດ​ລ້ອມ​​ແຫ່ງ​ການ​ເຄື່ອນ​ໄຫວດີ​ທີ່​ສຸດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ ສ ​ເກົາ​ຫຼີ, ພ້ອມ​ທັງ​ຊ່ວຍ​ໃຫ້​ເຂດອຸດສາຫະກຳ Kaesong  ມີ​ກຳລັງ​ແກ່ງ​ແຍ້​ງກັບສາກົນ ​ແລະ ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ.

 

ຂ່າວ/ບົດ​ອື່ນ