ສິງກະໂປ ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອບືນຕົວຂຶ້ນຢ່າງແຮງກວ່າ ຫຼັງໂລກລະບາດ

(VOVWORLD) -ສິງກະໂປ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນເພື່ອໃຫ້ 2 ປະເທດບືນຕົນຂຶ້ນຢ່າງແຮງກວ່າ ຫຼັງໂລກລະບາດໂຄວິດ-19.
ສິງກະໂປ ໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ເພື່ອບືນຕົວຂຶ້ນຢ່າງແຮງກວ່າ ຫຼັງໂລກລະບາດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan
(ພາບ: AFP/TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳສິງກະໂປ ກ່ອນການໄປປະຕິບັດງານຢູ່ເຖິງຫວຽດນາມ ແລະ ເຂົ້າຮ່ວມການເຈລະຈານະໂຍບາຍຂັ້ນສູງເວທີປາໄສຮ່ວມມືອາຊີ-ເອີລົບ (ASEM), ຊື່ງຄາດວ່າຈະດຳເນີນໃນລະຫວ່າງວັນທີ 20 - 26 ມິຖຸນາ ຈະມາເຖິງ, ທ່ານລັດຖະມົນຕີການຕ່າງປະເທດສິງກະໂປ Vivian Balakrishnan ປາດຖະໜາວ່າ ຈະໄດ້ແລກປ່ຽນກັບບັນດາການນຳໃໝ່ຂອງຫວຽດນາມ ກ່ຽວກັບວິທີການພັດທະນາບັນດາການພົວພັນຢ່າງແທດຈິງຂອງ 2 ປະເທດ.

ທ່ານລັດຖະມົນຕີ Vivian Balakrishnan ເນັ້ນໜັກວ່າ, ສິງກະໂປ ໃຫ້ຄຳໝັ້ນສັນຍາຈະຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນເພື່ອໃຫ້ 2 ປະເທດບືນຕົນຂຶ້ນຢ່າງແຮງກວ່າ ຫຼັງໂລກລະບາດໂຄວິດ-19. ສິງກະໂປ ພວມກະກຽມໃຫ້ແກ່ເລື່ອງເປີດປະຕູຊາຍແດນຄືນໃໝ່ ແລະ ອາດຈະພິຈາລະນາວິທີການເພື່ອຄ່ອຍໆເຊື່ອມຕໍ່ການໄປມາລະຫວ່າງຫວຽດນາມ ແລະ ສິງກະໂປ ໂດຍມີຄວາມປອດໄພ ແລະ ມີປະສິດທິຜົນ. ສິ່ງດັ່ງກ່າວຈະສົ່ງຜົນກະທົບຢ່າງຕັ້ງໜ້າ ເຖິງການຟື້ນຟູເສດຖະກິດຂອງ 2 ປະເທດ. ຕາມທ່ານລັດຖະມົນຕີ Vivian Balakrishnan, ໃນໄລຍະຍາວ, 2 ປະເທດຈະມຸ່ງໄປເຖິງການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກວ່າອີກ ດ້ວຍການເດີນຕາມບັນດາຂົງເຂດຮ່ວມມືໃໝ່, ຕົວຢ່າງຄື: ພະລັງງານສະອາດ, ປ່ຽນແປງໃໝ່ເຕັກໂນໂລຊີ ແລະ ເສດຖະກິດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ