(vovworld) – ກ່າວຄຳເຫັນຕໍ່ໜ້າຜູ້ບັນຊາການກອງທັບເຮືອ ແລະ ຜູ້ນຳໜ້າກຳລັງຕຳຫຼວດທະເລ ໃນພາກພື້ນ ແລະ ສາກົນ ເນື່ອງໃນໂອກາດໄຂງານວາງສະແດງ ແລະ ກອງປະຊຸມສາກົນທະເລຄັ້ງທີ 10 (IMDEX Asia) ໃນວັນທີ 19/05, ຢູ່ສິງກະໂປ, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດສິງກະໂປ Ng Eng Hen ໄດ້ຮຽກຮ້ອງອາຊຽນ ແລະ ຈີນ “ຮີບເຮ່ັງ” ລົງນາມໃນປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງໃນປະຈຸບັນຢູ່ພາກພື້ນ. ຕາມທ່ານ Ng Eng Hen ແລ້ວ, ເລື່ອງຈີນ ແລະ ບັນດາຝ່າຍຂັດແຍ້ງກັນລົງນາມໃນ COC, ຂໍ້ຕົກລົງຫ້າມນຳໃຊ້ກຳລັງອາວຸດກ່ອນ ແລະ ໃນເວລາເກີດບັນດາການປະທະກັນຢູ່ທະເລ, ຈະອະນຸຍາດໃຫ້ທຸກຝ່າຍແກ້ໄຂການຂັດແຍ້ງໂດຍສັນຕິພາບ ບົນອີງໃສ່ຂໍ້ກຳນົດ ແລະ ຂອບເຂດກົດໝາຍເຊິ່ງປະຊາຄົມໂລກຮັບຮູ້. ທ່ານ Ng Eng Hen ຢືນຢັນວ່າ, ເຖິງວ່າ ສິ່ງກະໂປ ບໍ່ຢືນຢູ່ເບື້ອງໃດໃນການຂັດແຍ້ງກັນຢູ່ທະເລຕາເວັນອອກກໍ່ຕາມ, ແຕ່ປະເທດນີ້ມີຄວາມວິຕົກກັງວົງຈະເກີດການປະທະກັນ ເມື່ອຄວາມເຄັ່ງຕຶງພວມນັບມື້ນັບເພີ່ມຂຶ້ນ. ທ່ານ Ng Eng Hen ຢືນຢັນວ່າ, ບັນດາການຂັດແຍ້ງອະທິປະໄຕຢູ່ທະເລຕາເວັນອອກ ນອນໃນສິ່ງທ້າທາຍບາງຢ່າງມີໄພເຮັດໃຫ້ເສັ້ນທາງການຄ້າບົນທະເລຢູ່ພາກພື້ນຖືກຕັດຕອນ, ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງສິ່ງກະໂປ ເທົ່ານັ້ນ, ຫາກຍັງສົ່ງຜົນສະທ້ອນເຖິງເສດຖະກິດທົ່ວໂລກອີກດ້ວຍ. ສະນັ້ນ, ທຸກໆປະເທດຕ້ອງແບ່ງປັນຄວາມສົນໃສ່ລວມ ໃນການຮັບປະກັນເສັ້ນທາງແລກປ່ຽນການຄ້າບົນທະເລໃນພາກພື້ນໄດ້ເປີດປະຕູ ແລະ ປອດໄພ.