ສິ່ງປະທັບໃຈວັນບຸນວັດທະນະທຳຊົນເຜົ່າຜູ້ໄທ2014

ສິ່ງປະທັບໃຈວັນບຸນວັດທະນະທຳຊົນເຜົ່າຜູ້ໄທ2014 - ảnh 1
ການ​ສະ​ແດງ​ສິ​ລະ​ປະ​ໃນ​ວັນ​ບຸນ

(vovworld) – ວັນ​ບຸນ​ວັ​ດ​ທະ​ນະ​ທຳ​​ຊົນເຜົ່າ​ຜູ້​ໄທ ຄັ້ງ​ທີ 1, ປີ 2014 ຖືກ​ອັດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ຄ່ຳ​ວັນ​ທ​ີ 28/12, ຢູ່​ແຂວງ ລາຍ​ເຈົາ, ດ້ວຍ​ລາຍ​ການ​ສະ​ແດງ​ສິ​ລ​ະ​ປະ​ທີ່​ປະ​ທັບ​ໃຈ, ເຕັມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທ. ດ້ວຍ​ຫົວ​ຂໍ້​ວ່າ “ອະ​ນຸ​ລັກ​ຮັກ​ສາ, ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທ ໃນ​ໄລ​ຍະ​ປ່ຽນ​ໃໝ່ - ເຊື່ອມ​ໂຍງ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ”. ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ທີ່​ງານ​ບຸນ​ລວມ​ມີ: ງານ​ວາງ​ສະ​ແດງວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ, ແນະ​ນຳ, ໂຄ​ສະ​ນາ​ເຜີຍ​ແຜ່​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ທ້ອງ​ຖີ່ນ; ຈັດ​ຕັ້ງ​ບັນ​ດາ​ງານ​ບຸນ​ທີ່​ເປັນ​​ປະ​ເພ​ນີ, ສະ​ແດງ​ຊຸດ​ອາ​ພອນ​ຊົນ​ເຜົ່າ​ຜູ້​ໄທ ແລະ ແຂ່ງ​ຂັນ​ກິ​ລາ​ຊະ​ນິດ​ຕ່າງໆ. ທ່ານ ເວືອງວັນ​ແທ່ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ລາຍ​ເຈົາ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຜູ​້​ໄທ ຄັ້ງ​ທີ 1, ໃຫ້​ຮູ້​ວ່າ:

        “ວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຜູ້​ໄທ​ຢູ່​ແຂວງ ລາຍ​ເຈົາ ບັນ​ລຸ​ໄດ້​ຈຸດ​ໝາຍ​ເຊີດ​ຊູ​ບັນ​ດາ​ວັດ​ທະ​ນະ​ທຳ​ຂອງ​​ວົງ​ຄະ​ນະ​ຍາດຊົນ​ເຜົ່າ​ຜູ້​ໄທ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ແລະ ຫວັງ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ພັກ​, ລັດ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ສູນ​ກາງ​ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​​ວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ, ໃນ​ນັ້ນ​ມີ​ຊົນ​ເຜົ່າ​ຜູ້​ໄທ.”


ຂ່າວ/ບົດ​ອື່ນ