ສົ່ງເສີມການຄ້າການລົງທຶນອາຊຽນ-ຈີນ

ສົ່ງເສີມການຄ້າການລົງທຶນອາຊຽນ-ຈີນ - ảnh 1
ພາບປະກອບ

(vovworld) –  ​​​ແຕ່​ວັນ​ທີ 22 – 26/10, ບັນດາ​ລັດຖະມົນຕີ​ການ​ຄ້າ - ​ເສດຖະກິດ​ບັນດາ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ການ​ໂຄສະນາ​ກ່ຽວ​ກັບ ອາ​ຊຽນ ຢູ່ 3 ນະຄອນ​ຂອງ​ປະ​ເທດ ຈີນ​ແມ່ນ: ​ແຈງ​ຢູ, ຊຽງ​ໄຮ່ ​ແລະ ປັກ​ກິ່ງ - ​​ເຊິ່ງເອີ້ນ​ຫຍໍ້​ວ່າ “AEM Roadshow”. ນະ​ທີ່​ນີ້, ບັນດ​າລັດຖະມົນຕີ ອາ​ຊຽນ ​ໄດ້​ແນ​ະນຳ​ໂດຍ​ສັງ​​ເຂ​ບກ່ຽວ​ກັບ​ສະພາບ​​​ແວດ​ລ້ອມ, ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ ​ແລະ ການລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ​ຢູ່​ແຕ່ລະ​ປະ​ເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ວັນ​ທີ 25/10, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ບັນດາລັດຖະມົນຕີ ອາ​ຊຽນ ຢູ່​ນະຄອນຫຼວງ ປັກ​ກິ່ງ, ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຈີນ ອວາງຢາ​ງ ​ໃຫ້​ຮູ້​ວ່າ: ຈີນ ​ແລະ ອາ​ຊຽນ ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ກັນ, ປັກ​ກິ່ງ ປາດ​ຖະໜາ​ຢາກ​ຍູ້​​ໄວ​ການ​ຮ່ວມ​ມື​ກັບອາ​ຊຽນ. ຈີ​ນ ພ້ອມ​ແລ້ວ​ທີ່​ຈະ​ດຳ​ເນີນການ​ເຈລະຈາ​ຕ່າງໆກ່ຽວ​ກັບ​​ເລື່ອງ​ຍົກ​ລະດັບ​ເຂດ​ການ​ຄ້າ​ເສລີ ຈີນ - ອາ​ຊຽນ (ຫຼື CAFTA).

ຂ່າວ/ບົດ​ອື່ນ