ສົ່ງ​ເສີມ​ພັດ​ທະ​ນາ​ບັນ​ດາ​ຮູບ​ແບບ​ດຳ​ເນີນ​ທຸ​ລະ​ກິດ​​ໝູນ​ວຽນ ຕ້ອງ​ແມ່ນ​ຈຸດ​ສຸມ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ “ການ​ເຕີບ​ໂຕສີ​ຂຽວ”

(VOVWORLD) -ສົ່ງເສີມພັດທະນາບັນດາຮູບແບບດຳເນີນທຸລະກິດໝູນວຽນ ຕ້ອງແມ່ນຈຸດສຸມຂອງການພັດທະນາແບບຍືນຍົງ ແລະ “ການເຕີບໂຕສີຂຽວ”. ນີ້ແມ່ນສານທີ່ຍົກອອກໃນບົດລາຍງານ “ຮູບແບບດຳເນີນທຸລະກິດໝູນວຽນ: ບົດຮຽນສາກົນ ແລະ ການໝູນໃຊ້ຢູ່ ຫວຽດນາມ”.

   ບົດລາຍງານໂດຍສະຖາບັນຄົ້ນຄວ້າການຄຸ້ມຄອງເສດຖະກິດສູນກາງ (CIEM)ຂຶ້ນກັບກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ຄົ້ນຄວ້າ ແລະ ປະກາດໃນວັນທີ 19 ສິງຫາ ຢູ່ຮ່າໂນ້ຍ. ດ້ວຍການໜູນຊ່ວຍທາງດ້ານແຫຼ່ງກຳລັງ ແລະ ເຕັກນິກຈາກສະຖານທູດ ແດນມາກ ປະຈຳ ຫວຽດນາມ, ສະຖາບັນດັ່ງກ່າວ ໄດ້ສຳຫຼວດກ່ຽວກັບການດຳເນີນທຸລະກິດໝູນວຽນໃນພື້ນຖານເສດຖະກິດ ຫວຽດນາມ ແລະ ຊີ້ໃຫ້ເຫັນສະພາບການຕົວຈິງ ທີ່ຄວນເອົາໃຈໃສ່: ນັ້ນແມ່ນ ມີ 80% ເປົ້າໝາຍຖືກສຳຫຼວດແມ່ນ ມີຄວາມຮັບຮູ້ຕາມຄວາມຮັບຮູ້ລວມກ່ຽວກັບການເຕີບໂຕສີຂຽວ, ມີເກືອບ 70% ວິສາຫະກິດຖືວ່າ ການດຳເນີນທຸລະກິດໝູນວຽນ ມີບົດບາດສຳຄັນ, ແຕ່ຍັງບໍ່ທັນຮອດ 30% ວິສາຫະກິດມີຄວາມເຂົ້າໃຈກ່ຽວກັບຮູບແບບນີ້. ພິເສດ, ມີວິສາຫະກິດພຽງປະມານ 3% ແມ່ນມີຄວາມເຂົ້າໃຈແຈ້ງທີ່ສຸດກ່ຽວກັບຮູບແບບດຳເນີນທຸລະກິດໝູນວຽນ.


ຕອບກັບ

ຂ່າວ/ບົດ​ອື່ນ