ສູນກາງຄະນະຊາວໜຸ່ມ ປຸກລະດົມບັ້ນຂົນຂວາຍ “ເອກອ້າງທະນົງໃຈຕໍ່ ດິນແດນຂອງປະເທດຊາດ”

(VOVWORLD) - ທີ່ພິທີປຸກລະດົມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກຮຽນ 1.300 ຄົນ ຂອງນະຄອນ ດານັ້ງ ໄດ້ທຳການຢຶນລຽນແຖວເປັນຮູບແຜນທີ່ ຫວຽດນາມ.
ສູນກາງຄະນະຊາວໜຸ່ມ ປຸກລະດົມບັ້ນຂົນຂວາຍ “ເອກອ້າງທະນົງໃຈຕໍ່ ດິນແດນຂອງປະເທດຊາດ” - ảnh 1ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກຮຽນ 1.300 ຄົນ ຂອງນະຄອນ ດານັ້ງ ໄດ້ທຳການຢຶນລຽນແຖວເປັນຮູບແຜນທີ່ ຫວຽດນາມ.
(ພາບ:VGP/Minh Trang)

ຕອນບ່າຍວັນທີ 24 ທັນວາ, ຢູ່ນະຄອນ ດານັ້ງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີປຸກລະດົມບັ້ນຂົນຂວາຍ “ເອກອ້າງທະນົງໃຈຕໍ່ດິນແດນຂອງປະເທດຊາດ”. ພິທີປຸກລະດົມ ໄດ້ເຊື່ອມຕໍ່ທາງໄກກັບ 10 ສະຖານທີ່ຂັ້ນສູນກາງ ຢູ່ 10 ແຂວງ, ນະຄອນ ໃນທົ່ວປະເທດ, ເພື່ອແນໃສ່ເພີ່ມທະວີການສຶກສານ້ຳໃຈຮັກຊາດ, ສະຕິກ່ຽວກັບອະທິປະໄຕຂອງປະເທດຊາດ, ປະຊາຊົນ; ໂຄສະນາ, ຈັດຕັ້ງໃຫ້ສະມາຊິກຊາວໜຸ່ມ, ອະນຸຊົນ, ເຍົາວະຊົນ ຫ້ອຍແຜນທີ່ ຫວຽດນາມ ຢູ່ບ່ອນຮຽນ, ບ່ອນເຮັດວຽກ, ອອກແຮງງານ. ຜ່ານນັ້ນກໍ່ຈະປະກອບສ່ວນຍົກສູງສະຕິກ່ຽວກັບອະທິປະໄຕປະເທດຊາດ, ໃຫ້ໄວໜຸ່ມ, ເຍົາວະຊົນ, ອະນຸຊົນ…

        ທີ່ພິທີປຸກລະດົມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ນັກຮຽນ 1.300 ຄົນ ຂອງນະຄອນ ດານັ້ງ ໄດ້ທຳການຢຶນລຽນແຖວເປັນຮູບແຜນທີ່ ຫວຽດນາມ.

        ພາຍຫຼັງພິທີປຸກລະດົມ, ສູນກາງຊາວໜຸ່ມໄດ້ຈັດການຢ້ຽມຢາມ, ມອບຂອງຂວັນ, ແຜນທີ່ຢູ່ບັນດາສະຖານທີ່ໃນນະຄອນ ດານັ້ງ. ອ້າຍ ຫງວຽນມິງຈຽດ, ເລຂາສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ພວກເຮົາຜັນຂະຫຍາຍການຂົນຂວາຍສະມາຊິກຊາວໜຸ່ມ, ຊາວໜຸ່ມຫ້ອຍແຜນທີ່ ຫວຽດນາມ. ນີ້ແມ່ນບັ້ນຂົນຂວາຍເພື່ອແນໃສ່ຍົກສູງນ້ຳໃຈຮັກຊາດຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ ແລະ ຈາກນັ້ນ ກໍ່ແຜ່ຂະຫຍາຍອອກສູ່ສັງຄົມ. ມຸ່ງໄປເຖິງປີ 2025 ສະເຫຼີມສະຫຼອງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ. ພວກຂ້າພະເຈົ້າ ຫວັງວ່າ ຊາວໜຸ່ມ ຫວຽດນາມ ລຸ້ນຕ່າງໆຈະຍົກສູງນ້ຳໃຈຮັກຊາດ ແລະ ຄວາມເອກອ້າງທະນົງໃຈກ່ວາກ່ຽວກັບການທ້ອນໂຮມປະເທດເປັນຜືນແຜ່ນດິນອັນຄົບຖ້ວນ”.

ຕອບກັບ

ຂ່າວ/ບົດ​ອື່ນ