ສູນ​ກາ​ງ​ຄະ​ນະ​ຊາວ​ໜຸ່ມ​ມອບຫຼຽນກາລະນຶກ​ເ​ພື່ອ​ໄວ​ໜຸ່ມ​ໃຫ້​ແກ່​ 78 ສ່ວນ​ບຸກ​ຄົນ

(VOVWORLD) -ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບຫຼຽນກາລະນຶກເພື່ອໄວໜຸ່ມ - ໂດຍແມ່ນຂອງຂວັນອັນລ້ຳຄ່າຂອງສູນກາງຄະນະຊາວໜຸ່ມມອບໃຫ້ແກ່ 78 ສ່ວນບຸກຄົນ, ມອບໃບຍ້ອງຍໍຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ແກ່ສ່ວນ 195 ສ່ວນບຸກຄົນ ແລະ 17 ໝູ່ຄະນະທີ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ເຂົ້າໃນວຽກງານ ຊາວໜຸ່ມ 
 
ສູນ​ກາ​ງ​ຄະ​ນະ​ຊາວ​ໜຸ່ມ​ມອບຫຼຽນກາລະນຶກ​ເ​ພື່ອ​ໄວ​ໜຸ່ມ​ໃຫ້​ແກ່​ 78 ສ່ວນ​ບຸກ​ຄົນ - ảnh 1ທ່ານ ຫງວຽນແອັງຕວັນ ເລຂາຜູ້ທີໜຶ່ງຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (ພາບ: TTXVN)

ຕອນຄ່ຳວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໄດ້ຈັດການພົບປະ “ບັນດາເພື່ອນມິດຂອງ ຊາວໜຸ່ມ” ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງ ບັນດາໝູ່ຄະນະ, ສ່ວນບຸກຄົນ ເຂົ້າໃນການພັດທະນາຂອງ ວຽກງານຊາວໜຸ່ມ, ສະມາຄົມ, ກອງເຍົາວະຊົນ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໃນທົ່ວປະເທດ. ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບຫຼຽນກາລະນຶກເພື່ອໄວໜຸ່ມ - ໂດຍແມ່ນຂອງຂວັນອັນລ້ຳຄ່າຂອງສູນກາງຄະນະຊາວໜຸ່ມມອບໃຫ້ແກ່ 78 ສ່ວນບຸກຄົນ, ມອບໃບຍ້ອງຍໍຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ແກ່ສ່ວນ 195 ສ່ວນບຸກຄົນ ແລະ 17 ໝູ່ຄະນະທີ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ເຂົ້າໃນວຽກງານ ຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໄລຍະ 2016 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ