ສັນຍາ CPTPP ສົ່ງຜົນສະທ້ອນຕັ້ງໜ້າເຖິງຊາວກະສິກອນ ແລະ ຊາວປະມົງ

(VOVWORLD) - ກໍ່ລ້ວນແຕ່ບັນລຸໄດ້ຂໍ້ຕົກລົງທີ່ມີຄຸນນະພາບສູງ. ນອກຈາກນັ້ນ, ສັນຍາສະບັບນີ້ຍັງແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຂຸດຄົ້ນບັນດາຕະຫຼາດໃໝ່ຄື: ການາດາ, ແມັກຊີໂກ, ເປຣູ…
ສັນຍາ CPTPP ສົ່ງຜົນສະທ້ອນຕັ້ງໜ້າເຖິງຊາວກະສິກອນ ແລະ ຊາວປະມົງ - ảnh 1 ພາບປະກອບ

ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ຫາກໍ່ໄດ້ຮັບການລົງນາມຢູ່ Santiago ປະເທດ ຈີເລ, ເຖິງວ່າບໍ່ມີການເຂົ້າຮ່ວມຂອງ ອາເມລິກາ, ແຕ່ນີ້ຍັງໄດ້ຮັບຖືວ່າແມ່ນສັນຍາການຄ້າເສລີຂະໜາດໃຫຍ່, ຄາດວ່າ ຈະນຳມາເຊິ່ງຜົນປະໂຫຍດລະອຽດໃຫ້ແກ່ບັນດາປະເທດເຂົ້າຮ່ວມ.

        ຕາມທ່ານ ເລືອງຮ່ວາງທ໋າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ) ແລ້ວ, ເຖິງວ່າ ສັນຍາ CPTPP ບໍ່ມີການເຂົ້າຮ່ວມຂອງ ອາເມລິກາ ແຕ່ບັນດາຄຳໝັ້ນສັນຍາກ່ຽວກັບການເປີດປະຕູຕະຫຼາດຍັງຄົງໄດ້ຮັບການຮັກສາເໝືອເດີມ. ດັ່ງນັ້ນ, ໃນຫຼາຍຂົງເຂດຄື: ກະສິກຳ, ສິນໃນນ້ຳ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ… ກໍ່ລ້ວນແຕ່ບັນລຸໄດ້ຂໍ້ຕົກລົງທີ່ມີຄຸນນະພາບສູງ. ນອກຈາກນັ້ນ, ສັນຍາສະບັບນີ້ຍັງແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ຂຸດຄົ້ນບັນດາຕະຫຼາດໃໝ່ຄື: ການາດາ, ແມັກຊີໂກ, ເປຣູ… ພິເສດ, ສຳລັບ ຫວຽດນາມ, ສັນຍາ CPTPP ຈະສົ່ງຜົນກະທົບຢ່າງຕັ້ງໜ້າໂດຍສຸມໃສ່ເຂົ້າໃນບັນດາຂະແໜງມີຜົນກະທົບຫຼາຍຢ່າງເຖິງຊາວກະສິກອນ, ຊາວປະມົງ… ຊ່ວຍຫລຸດຜ່ອນຄວາມອຶດຫິວທຸກຍາກ.

        ໃນຂົງເຂດການສົ່ງອອກ, ດ້ວຍຕະຫຼາດມີພົນລະເມືອງ 500 ລ້ານຄົນຂອງບັນດາປະເທດ CPTPP ທີ່ມີຂອບຂະໜາດດ້ານເສດຖະກິດໃຫຍ່ພໍສົມຄວນນັ້ນ, ຜົນປະໂຫຍດສຳລັບ ຫວຽດນາມ ແມ່ນມີຄວາມຈະແຈ້ງພໍສົມຄວນ. ນອກຈາກຂົງເຂດສິນຄ້າແລ້ວ ຍັງມີຫຼາຍຂົງເຂດອື່ນໆ ແມ່ນກາລະໂອກາດໃຫ້ແກ່ ຫວຽດນາມ ຄື: ການບໍລິການ, ການລົງທຶນ, ການຊື້ຂາຍຂອງລັດຂອງປະເທດຕ່າງໆ…

ຕອບກັບ

ຂ່າວ/ບົດ​ອື່ນ