ສິ້ນສຸດກອງປະຊຸມສຸດຍອດອາຊຽນຄັ້ງທີ 20
ກອງປະຊຸມຄົບຄະນະ
(ພາບ: chinhphu.vn)
(vovworld) - ພາຍຫຼັງດຳເນີນມາເປັນເວລາ 2 ວັນ, ຕອນເຊົ້າວັນທີ 4/4 ຢູ່ນະຄອນຫຼວງພະນົມເປັນ ແຫ່ງລາຊະອານາຈັກ ກຳປູເຈຍ ໄດ້ດຳເນີນກອງປະຊຸມວົງແຄບ ແລະ ພິທີອັດກອງປະຊຸມສຸດຍອດອາຊຽນຄັ້ງທີ 20. ທ່ານາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ວາລະປະຊຸມນີ້.
ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ພາກພື້ນທີ່ກອງປະຊຸມວົງແຄບ, ບັນດາການນຳຖືວ່າ: ອາຊຽນຄວນສືບຕໍບັນດາຄວາມມານະພະຍາຍາມຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ພັດທະນາລວມຢູ່ພາກພື້ນ, ພ້ອມທັງ ເສີມຂະຫຍາຍບົດບາດເປັນໃຈກາງຢູ່ພາກພື້ນ ເພື່ອບັນດາຄາດໝາຍດັ່ງກ່າວ, ພິເສດແມ່ນ ໃນສະພາບການທີ່ພາກພື້ນພວມເຫັນປະຈັກຕາບັນດາການປ່ຽນແປງຢ່າງວ່ອງໄວ ທີ່ສົ່ງຜົນສະທ້ອນໂດຍກົງເຖິງສະຫະສະມາຄົມ.
ການນຳບັນດາປະເທດອາຊຽນ ໄດ້ເຫັນດີເປັນເອກະສັນກັນສືບຕໍເພີ່ມທະວີການພົວພັນຕ່າງປະເທດຂອງອາຊຽນ ຜ່ານບັນດາຂອບເຂດ ອາຊຽນ +1, ອາຊຽນ +3, ກອງປະຊຸມສຸດຍອດອາຊີຕາເວັນອອກ (ຫຼື EAS), ARF, ADMM+... ສົ່ງເສີມບັນດາຄູ່ຮ່ວມມືເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຂົ້າໃນການກໍ່ສ້າງບັນດາຄາດໝາຍລວມ ແມ່ນສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືພັດທະນາໃນພາກພື້ນ ກໍຄືຊ່ວຍເຫຼືອອາຊຽນ ກໍ່ສ້າງປະຊາຄົມ ແລະ ຮັກສາບົດບາດໃຈກາງໃນໂຄງປະກອບຮ່ວມມືໃນພາກພື້ນ, ເໝາະສົມກັບຜົນປະໂຫຍດຂອງບັນດາປະເທດ, ລັກສະນະສະເພາະຂອງພາກພື້ນ.
ທ່ານນາຍົກລັດຖະມົນຕີ Nguyen Tan Dung ມີບົດກ່າວປາໄສຕ່າງໆ ທີ່ກອງປະຊຸມ
(ພາບ: chinhphu.vn)
ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາການນຳເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລ, ເຄົາລົບນັບຖືບັນດາຫຼັກການຂອງກົດໝາຍສາກົນ, ພິເສດແມ່ນສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982 ຂອງສະຫະປະຊາຊາດ (ຫຼື UNCLOS), ປະຕິບັດ DOC ຢ່າງຄົບຖ້ວນ, ອາຊຽນຄວນເຫັນດີເປັນເອກະສັນກັນກ່ຽວກັບບັນດາປັດໄຈໃນລະບຽບການ COC, ເປັນພື້ນຖານເພື່ອໃຫ້ອາຊຽນແລກປ່ຽນກັບຈີນ.
ກໍທີ່ກອງປະຊຸມວົງແຄບ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ກ່າວປາໄສກ່ຽວກັບບັນດາເນື້ອໃນສຳຄັນຂອງກອງປະຊຸມ ແລະ ມີບັນດາຂໍ້ສະເໜີສຳຄັນ, ໂດຍສຸມໃສ່ເຂົ້າໃນບັນດາບັນຫາພາກພື້ນທີ່ມີຄວາມສົນໃຈ, ທະເລຕາເວັນອອກ, ການຮ່ວມມືອະນຸພາກພື້ນ, ໃນນັ້ນມີອະນຸພາກພື້ນແມ່ນ້ຳຂອງ, ເພີ່ມທະວີບົດບາດຂອງອາຊຽນໃນການຮັບມືກັບບັນດາການທ້າທາຍທີ່ພວມວາງອອກຄື: ໄພພິບັດ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມປອດໄພທາງທະເລ, ສະເໜີ ອາຊຽນມີຖະແຫຼງການກ່ຽວກັບຄວາມໝັ້ນຄົງແຫຼ່ງຊັບພະຍາກອນນຳ້ຢູ່ພາກພື້ນ, ກ່ຽວກັບການເພີ່ມທະວີບັນດາການພົວພັນຕ່າງປະເທດຂອງອາຊຽນ ແລະ ໂອ້ລົມສົນທະນາທົ່ວໂລກຂອງອາຊຽນ.
ທີ່ພິທີອັດກອງປະຊຸມ, ການນຳບັນດາປະເທດອາຊຽນໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ກໍຄືບັນດາບົດລາຍງານ ແລະ ເອກະສານທີ່ກ່ຽວຂ້ອງ ເພື່ອແນໃສ່ກຳນົດທິດ ແລະ ຊຸກຍູ້ການຮ່ວມມືອາຊຽນໃນໄລຍະຈະມາເຖິງ. ກຳປູເຈຍ, ປະທານອາຊຽນ ປີ 2012 ກໍໄດ້ອອກຖະແຫຼງການປະທານກ່ຽວກັບບັນດາໝາກຜົນສຳຄັນຂອງກອງປະຊຸມ.
ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກນະຄອນຫຼວງພະນົມເປັນກັບເມືອປະເທດ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 20 ຢ່າງຈົບງາມ.