ສິ້ນສຸດບັ້ນເຄື່ອນໄຫວສົ່ງກຳມະກອນຫວຽດນາມ ຢູ່ລີບີ ດ້ວຍເຮືອບິນ

ສິ້ນສຸດບັ້ນເຄື່ອນໄຫວສົ່ງກຳມະກອນຫວຽດນາມ ຢູ່ລີບີ ດ້ວຍເຮືອບິນ - ảnh 1
​​ສິ້ນ​ສຸດ​ບັ້ນ​ເຄື່ອນ​ໄຫວ​ສົ່ງ​ກຳມະກອນຫວຽດນາມ ຢູ່​ລີບ​ີ ດ້ວຍ​ເຮືອ​ບິນ
(ພາບ: TTXVN)

(vovworld) –  ວັນ​ທີ 11/08, ບັ້ນ​ເຄື່ອນ​ໄຫວ​ສົ່ງກຳມະກອນ​ຫວຽດນາມ ຢູ່​ລີ​ບີ ກັບ​ເມືອ​ປະ​ເທດ​ດ້ວຍ​​ເຮືອບິນ​ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ​ຫວຽດນາມ (Vietnam Airlines) ຕາມ​ສັນຍາ​ກັບ​ນັກ​ປະມູນ​ສ.​ເກົາຫຼີ Huyndai E&C ​ໄດ້​ສິ້ນ​ສຸດ​ລົງ ພາຍຫຼັງ​ຜັນ​ຂະຫຍາຍ​ເປັນ​ເວລາ 3 ວັນ. ຖ້ຽວ​ບິນ​ສຸດ​ທ້າຍ​ຂອງ Vietnam Airlines ​ເລີ່​ມບິນ​ຈາກ​ສະໜາມ​ບິນ​ສາກົນ ກາຍ​ໂຣ ​ໃນ​ເວລາ 23 ​ໂມງ ວັນ​ທີ 11/08, ​ໄດ້​ສົ່ງ​ກຳມະກອນ​ຫວຽດນາມ ​ແລະ ເມື່ອຮອດ​ສະໜາມ​ບິນ ​ໂນ້ຍບ່າຍ ​ໃນ​ເວລາ 13 ​ໂມງ ວັນ​ທີ 12/08. ຕາມ​ທ່ານ ​ໂດ້ຊວນ​ຈ໋ຽນ, ຮອງ​ຜູ້ອຳນວຍການ​ໃຫຍ່​ບໍລິສັດ Vinamex ​ແລ້ວ, ​ໄລ​ຮອດ​ວັນ​ທີ 11/08, ​ໄດ້​ມີ​ຈຳນວນ​ກຳມະກອນຫວຽດນາມ​ກວ່າ 458 ຄົນ ​ໄດ້​ຍົກ​ຍ້າຍ​ອອກ​ຈາກ​ລີ​ບີ ຜ່ານ​ກາຍ​ໂຣ, ຄາດ​ວ່າ, ມີກຳມະກອນ 224 ຄົນ​​ຍັງ​ເຫຼື​ອ​ໃນ​ຈຳນວນກຳມະກອນທັງໝົດ 582 ຄົນຂອງ​ບໍລິສັດ​ເຮັດ​ວຽກ​ຢູ່​ລີບ​ີ ຕາ​ມສັນຍາ​ໄດ້​ລົງ​ນາມ​ກັບ Huyndai E&C ໄດ້​ຂີ​່​ເຮືອບິນເຖິງ​ກາຍ​ໂຣ ​ໃນ​ວັນ​ທີ 12/08 ກ່ອນ​ທີ່​ກັບ​ເມື່ອ​ຫວຽດນາມ ​ໃນ​ບັນດາ​ຖ້ຽວ​ບິນ​ການ​ຄ້າ.

ຂ່າວ/ບົດ​ອື່ນ