ສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ 14

(VOVWORLD) -ຕອນເຊົ້າວັນທີ 01 ມິຖຸນາ, ສະພາແຫ່ງຊາດໄດ້ດຳເນີນກອງປະຊຸມຄົບຄະນະຢູ່ຫໍປະຊຸມ, ປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງບັນດາກົດໝາຍທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ.

ກົດໝາຍວ່າດ້ວຍການວາງແຜນຜັງເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 4, ສະພາແຫ່ງຊາດຊຸດທີ 14 ຮັບຮອງເອົາເມື່ອວັນທີ 24 ພະຈິກ 2017 ແລະ ມີຜົນສັກສິດປະຕິບັດແຕ່ວັນທີ 01 ມັງກອນ 2019 ແມ່ນເຄື່ອງມືສຳຄັນຊ່ວຍໃຫ້ລັດ ວາງແຜນກຳນົດ, ສ້າງກຳລັງໜູນ, ຂອບເຂດພັດທະນາ, ຮັບປະກັນລັກສະນະເຊື່ອມຕໍ່ຄົບຊຸດລະຫວ່າງການວາງແຜນຜັງແຫ່ງຊາດກັບການວາງແຜນຜັງເຂດ ແລະ ແຂວງ ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງປະເທດຢ່າງສຸດຂີດ ເພື່ອພັດທະນາເສດຖະກິດ - ສັງຄົມໄວ ແລະ ໝັ້ນຄົງ.

        ກ່າວຄຳເຫັນອະພິບາຍທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ຖືວ່າ:

        “ພວກຂ້າພະເຈົ້າກຳນົດວ່າ ເລື່ອງປະກາດໃຊ້ຮ່າງກົດໝາຍປັບປຸງ ຊື່ງກ່ຽວຂ້ອງເຖິງກົດໝາຍອື່ນໆ ແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ສະພາແຫ່ງຊາດ, ລັດຖະບານ…ໃນການສ້າງສຳເລັດບັນດາລະບອບລະບຽບການທີ່ກ່ຽວຂ້ອງເຖິງການວາງແຜນຜັງ. ຕາມນັ້ນແລ້ວ ຈະປັບປຸງ, ເພີ່ມເຕີມ, ຍົກເລີກບັນດາກົນໄກນະໂຍບາຍ, ຂໍ້ກຳນົດຂອງກົດໝາຍທີ່ປະເທດໃຊ້ໃນປັດຈຸບັນ ທີ່ຍັງບໍ່ເໝາະສົມ, ບໍ່ຄົບຊຸດກັບກົດໝາຍວ່າດ້ວຍການວາງແຜນຜັງ. ພວກຂ້າພະເຈົ້າຈະຮັບເອົາຄຳຄິດເຫັນຂອງບັນດາສະມາຊິກສະພາແຫ່ງຊາດຢ່າງຄົບຖ້ວນ ແລະ ພ້ອມກັບບັນດາອົງການກວດກາປະເມີນຜົນລາຍງານຕໍ່ຄະນະປະຈຳສະພາແຫ່ງຊາດ

ຕອບກັບ

ຂ່າວ/ບົດ​ອື່ນ