ສືບຕໍ່ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດປີ 2013
ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ
ພາບ:internet
|
(vovworld) - ເນື່ອງໃນໂອກາດຕົ້ນລະດູບານໃຫມ່ປີມະເສງ 2013, ໃນການຕອບສຳພາດຕໍ່ນັກຂ່າວຂ່າວສານ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ຢືນຢັນວ່າ: ປີ 2013, ສະພາແຫ່ງຊາດສືບຕໍ່ປັບປຸງ, ປ່ຽນໃຫມ່ເພື່ອຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວກໍຄືຕັດສິນໃຈດ້ານການເມືອງສູງເພື່ອປະຕິບັດນິຕິບັນຍັດ, ຕິດຕາມກວດກາ, ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດໃຫ້ມີປະສິດທິຜົນກວ່າ. ຕາມທ່ານ ຫງວຽນຊີງຮຸ່ງແລ້ວ, ປີ 2013 ແມ່ນ“ເພີ່ມທະວີການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຢູ່ໃນລະດັບຕຳ່ກວ່າ, ການເຕີບໂຕສູງກວ່າປີ 2012. ຍູ້ແຮງການປະຕິບັດ 3 ຂອດບຸກທະລຸຍຸດທະສາດຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ຫັນປ່ຽນຮູບແບບການເຕີບໂຕ. ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ. ຍົກສູງປະສິດທິຜົນວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ສ້າງພື້ນຖານພັດທະນາຢ່າງໝັ້ນແກ່ນກວ່າໃນຊຸມປີຕໍ່ໄປ.