ສືບຕໍ່ຍູ້ແຮງບັນດາເສົາຄ້ຳຮ່ວມມື ຫວຽດນາມ - ລາວ

(VOVWORLD) - ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງການຕ່າງປະເທດຂອງ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມການຮັບໃຊ້ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງໃຫ້ເປັນຢ່າງດີທີ່ສຸດ.
ສືບຕໍ່ຍູ້ແຮງບັນດາເສົາຄ້ຳຮ່ວມມື ຫວຽດນາມ - ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ
(ພາບ: VGP)

        ວັນທີ 05 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໄສຂອງພັກປະຊາຊົນປະຕິວັດ ລາວ ແລະ ການບໍລິຫານຂອງລັດຖະບານ, ປະເທດ ແລະ ປະຊາຊົນ ລາວ ຈະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນການພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ 9 ຢ່າງມີໄຊ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ກະຊວງການຕ່າງປະເທດຂອງ 2 ປະເທດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມການຮັບໃຊ້ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງໃຫ້ເປັນຢ່າງດີທີ່ສຸດ.

        ສ່ວນທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ຢືນຢັນວ່າ, ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ເພີ່ມພູນຄຸນສ້າງ ແລະ ຮັກສາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ພົບປະເຈລະຈາກັບທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ. 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ ຈະສືບຕໍ່ຍູ້ແຮງບັນດາເສົາຄ້ຳຮ່ວມມື; ຕັດສິນໃຈແກ້ໄຂຂໍ້ຕິດຄັດ, ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງຢ່າງເຖິງທອງ ແລະ ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຈຸດສຸມ, ພ້ອມທັງ, ສືບຕໍ່ເປີດກວ້າງ ແລະ ຍົກສູງປະສິດທິຜົນວຽກງານຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວັດທະນະທຳ ແລະ ການພົບປະແລກປ່ຽນປະຊາຊົນຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ