ສືບຕໍ່ຕິດຕາມກວດກາ ເລື່ອງປະຕິບັດນະໂຍບາຍ ກົດໝາຍກ່ຽວກັບການ ຫລຸດຜ່ອນຄວາມທຸກຍາກໄລຍະ 2005-2012”

ສືບຕໍ່ຕິດຕາມກວດກາ ເລື່ອງປະຕິບັດນະໂຍບາຍ ກົດໝາຍກ່ຽວກັບການ ຫລຸດຜ່ອນຄວາມທຸກຍາກໄລຍະ 2005-2012” - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 25/3, ຢູ່ ຮ່າ​ໂນ້ຍ, ຄະ​ນະ​ຕິດຕາມ​ກວດກາ​ “​ເລື່ອງ​ປະຕິບັດ​ນະ​ໂຍບາຍ​ກົດ​ໝາຍ​ກ່ຽວ​ກັບ​ການ​ຫລຸດ​ຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005 - 2012” ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ຕັ້ງ​ກອງປະ​ຊຸມ, ຮັບ​ຟັງ​ຜູ້ຕາງໜ້າ​ລັດຖະບານລາຍ​ງານ ອະພິປາຍ​ຄັ້ງ​ທີ 2 ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ. ບົດ​ລາຍ​ງານ​ອະພິປາຍ​ຄັ້ງ​ທີ 2 ຂອງ​ລັດຖະບານ​ກ່ຽວ​ກັບ​ເລື່ອງ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ 2005 – 2012 ​ໃຫ້​ຮູ້​ວ່າ: ຈາກ​​ແຫຼ່ງທຶນ​ລະດົມໃຫ້ຈຸດໝາຍ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໄລຍະ​ນີ້​ແມ່ນ 864 ຕື້​ດົ່ງ, ບັນດາ​ທ້ອງ​ຖີ່​ນ​ໄດ້​ຜັນ​ຂະຫຍາຍ​ຫຼາຍ​ໂຄງການ, ​ໂຄງລາຍການທີ່​ແທ​ດຈິງ, ຫລຸດຜ່ອນ​ອັດຕາ​ຄອບຄົວ​ທຸກ​ຍາກຈາກ 22% ​ໃນ​ປີ 2005 ລົງ​ເຫຼືອ​ພຽງ​ປະມານ 7,8% ​ໃນ​ປີ 2013.

    ກ່າວ​ຄຳ​ເຫັນ​ສະຫລຸບ​ວາລະ​ເຮັດວຽກ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢືນຢັນ​ວ່າ: ຈຸດໝາຍ​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ແມ່ນ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ​ແລະ ລັດ. ​ໂຄງການ​​ລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກຍາກ​ຂອງ ຫວຽດນາມ ​ໃນ​ຊຸມ​ປີຜ່ານມາ​ບັນລຸ​ໄດ້​ບັນດາ​ຜົນງານ​ປະ​ທັບ​ໃຈ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້, ຕີ​ລາຄາ​ສູງ​ຈາກ​ສາກົນ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ເນັ້ນ​ໜັກ​ວ່າ:

    “ຂ້າພະ​ເຈົ້າ​ສະ​ເໜີ​​ໃຫ້​ຄະນະ​ຕິດຕາມ​ກວດກາ​ກວດກາ​ຈົ່ງຄືນ​ບັນດາ​ຄຳ​ເຫັນ​ອະ​ພິປາຍຂອງ​ບັນດາ​ກະຊວງ​, ຂະແໜງການເພື່ອປັບປຸງບົດ​ລາຍ​ງານ​ຕິດຕາ​ມກວດກາ ​ແລະ ຄົ້ນ​ຄ້ວາໃຫ້​ສົມບູນ​ແບບ, ລາຍ​ງານ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ນີ້​ຢ່າງ​ລະອຽດຮຽບຮ້ອຍ. ຍ້ອນ​ວ່າ​ບັນດາໝາກຜົນ​ໄດ້ ​ແລະ ບໍ່​ທັນ​ໄດ້​ລ້ວນ​​ແຕ່​ສົ່ງ​ຜົນ​ກະທົບ​ເຖິງ​ສັງຄົມ. ພວກ​ເຮົາຕ້ອງ​ປະຕິບັດສິ່ງ​ດັ່ງກ່າວ​ໃນ​ຫຼາຍ​ປີ ​ໃນ​ຫຼາຍ​ສະ​ໄໝ​ປະຊຸມ. ທີ 2 ​ແມ່ນຄະນະ​ຕິດຕາມ​ກວດກາ​ຄວນ​ມີ​ຂໍ້​ສະ​ເໜີ​​ ​ແລະ ລາຍ​ງານ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ​ຄອງ​​ລັດ. ທີ 3 ​ແມ່ນ​ວິວັດ​ການ​ປະຕິບັດ, ນອກຈາກ​ຍົກ​ສູງ​ຄວາມ​ຮັບຜິດຊອບຄຸ້ມຄອງຂອງບັນດາກະຊວງ, ຂະແໜງການແລ້ວ ຕ້ອງເຫັນໄດ້ຄວາມຮັບຜິດຊອບຂອງບັນດາທ້ອງຖີ່ນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ