ສືບຕໍ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ສືບຕໍ່ປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
(ພາບປະກອບ)

(vovworld) – ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ເພາະ​ກິດ, ​ໂດຍ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈັດ​ຕັ້ງ​ຂຶ້ນ​ເພື່ອ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ຕອນ​ເຊົ້າ​ວັນ​ທີ 14/3, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນຫາ​ສຳຄັນ​ຈຳນວນ​ໜຶ່ງ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງຈັກ​ລັດ, ລະບອບ​ກຳມະສິດ​ທີ່​ດິນ, ກົນ​ໄກ​ຖອນ​ທີ່​ດິນ​ຄືນ. ຕີ​ລາຄາ​ສູງ​ຈຸດ​ໃໝ່​ພື້ນຖານ​ໃນການປັບປຸງ​ລັດຖະທຳ​ມະນູນ​ຄັ້ງ​ນີ້​ແມ່ນລັດຖະທຳ​ມະນູນ​ໄດ້​ກຳນົດຫຼັກການ “ສິດ​ນຳ​ໃຊ້​ທີ່​ດິນ​ແມ່ນ​ສິດ​ຊັບ​ສິນໄດ້​ຮັບ​ການ​ປົກ​ປ້ອງ​ດ້ວຍກົດໝາຍ​”, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດຖື​ວ່າ: ຫຼັກການ​ນີ້​ສະ​ແດງ​ໃຫ້​ຫັນ​ຄວາມ​ເຄົາລົບ​ນັບຖື, ປົກ​ປ້ອງ​ຂອງ​ລັດທີ່​ມີ​ຕໍ່​ສິດ​ພື້ນຖານ​ຂອງ​ພົນລະ​ເມືອງ ​ແລະ ສ້າ​ງພື້ນຖານ​ດ້ານ​ນິຕິ​ກຳ​ຢ່າງ​ໝັ້ນຄົງ​ເພື່ອ​ປ້ອງກັນ, ຕ້ານ ​ແລະ ​ແກ້​ໄຂ​ບັນດາ​ບັນຫາ​ຜິດ​ພາດກ່ຽວ​ກັບ​ທີ່​ດິນ. ຄຽງ​ຄູ່​ກັນ​ນັ້ນ, ບັນດາສະມາຊິກສະພາແຫ່ງຊາດ​ກໍ່​ໄດ້​ສຸມ​ໃສ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການຈັດ​ຕັ້ງ​ກົງຈັກອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

​ໃນ​ຂະນະ​ນັ້ນ, ບັນ​ດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສັນຊາດ, ທີ່​ດິນ, ການ​ພັກ, ຢູ່​ອາ​ໄສ ​ແລະ ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ຊຶ່ງ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ການ​ສ້າງສາ​ປະ​ເທດ​ຊາດ​ແມ​່ນ​ເນື້ອ​ໃນ​ຕົ້ນ​ຕໍ່​ຊິ່ງ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ບັນດາ​ອະ​ດິດນັກຮຽນ​, ນັກ​ສຶກສາຫວຽດນາມ ຮຳ່ຮຽນ​ຢູ່​ຕ່າງປະ​ເທດ ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ທີ່​ກອງ​ປະຊຸມ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/3 ຢູ່​ນະຄອນ ​ໂຮ່ຈີ​ມິນ. ກ່ຽວ​ກັບ​ບັນຫາ​ສັນຊາ​ດ, ທ່ານ​ນາງ ​ເຈີ່ນ​ທິງ​ອກລານ, ອະ​ດິດນັກສຶກສາ ຫວຽດນາມ ຮຳ່ຮຽນ​ຢູ່ ຍີ່ປຸ່ນ ​ເວົ້າ​ວ່າ:

        “ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ໄດ້​ຮັບ​ອະນຸຍາດເລືອກ​ເອົາ​ສັນຊາ​ດ ຫວຽດນາມ ​ແລະ ຖື 2 ສັນຊາດພ້ອມ​ກັນຄື ສັນຊາດ​ຕ່າງປະ​ເທດ ​ແລະ ສັນຊາດ ຫວຽດນາມ​ແມ່ນ​ສິ່ງ​ທີ່​ດີ​ຫຼາຍ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕ້ອງ​ນິຍາມ​ຢ່າງ​ຈະ​ແຈ້ງວ່າ: ພົນລະ​ເມືອງ ຫວຽດນາມ ຕ້ອງ​ມີ​ພັນທະ ​ແລະ ສິ່ງນັ້ນ​ຕ້ອງ​ຖືກລະ​ບຸ​ໄວ້​ໃນ​ລັດຖະທຳ​ມະນູນ​ທີ່​ມີ​ຕໍ່​ບັນດາ​ບຸກຄົນ​ຖືສັນຊາດ ຫວຽດນາມ ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ. ຕົວຢ່າງ​ຄື: ພັນທະປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເມື່ອ​ປະ​ເທດ​ຊາດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​, ​ແມ່ນ​ຈະ​ເປັນແນວ​ໃດ, ບໍ່​ແມ່ນ​ວ່າ​ມີ​ແຕ່​ຮຽກຮ້ອງ​ທວງ​ເອົາສິດຜົນປະ​ໂຫຍ​ດ​ເທົ່າ​ນັ້ນ ຫາ​ກຍັງ​ຕ້ອງ​ມີ​ຄວາມ​ຮັບຜິດຊອບອີກ​ດ້ວຍ”.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ຮ່າ​ໂນ້ຍ, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໂດຍ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຈັດ​ຕັ້ງ, ມີ​​ຄຳ​ເຫັນຫຼາຍ​ຂໍ້​ຖື​ວ່າ ລັດຖະທຳ​ມະນູນ​ຕ້ອງ​ສະ​ແດງ​ຢ່າງ​ລະອຽດ​ກ່ວາ​ກ່ຽວ​ກັບ​ສິດ​ຂອງ​ບັນດາ​ຜູ້ບໍ່​ມີ​ເງື່ອນ​ໄຂ​ພຽງພໍ​ກັບ​ບຸກຄົນ​ທຳ​ມະ​ດາ.

ຂ່າວ/ບົດ​ອື່ນ