ສືບຕໍ່ປະຕິບັດບັນດາໂຄງການ, ການເຄື່ອນໄຫວເພື່ອປົກປ້ອງສິດທິເດັກ

(VOVWORLD) -ປີ 2022, ການເຄື່ອນໄຫວພົ້ນເດັ່ນຂອງຄະນະກຳມະການແຫ່ງຊາດກ່ຽວກັບເດັກ ໄດ້ຕັ້ງໜ້າຮັບປະກັນສິດທິເດັກ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນກ່ຽວກັບເດັກ ເຊິ່ງຫາງສຽງສັງຄົມມີຄວາມສົນໃຈ.
ສືບຕໍ່ປະຕິບັດບັນດາໂຄງການ, ການເຄື່ອນໄຫວເພື່ອປົກປ້ອງສິດທິເດັກ - ảnh 1(ພາບປະກອບ: tuyengiao.vn)

        “ສືບຕໍ່ປະຕິບັດບັນດາໂຄງການ, ການເຄື່ອນໄຫວເພື່ອປົກປ້ອງສິດ ແລະ ແກ້ໄຂບັນດາບັນຫາກ່ຽວກັບເດັກ”. ແມ່ນເນື້ອໃນທີ່ໄດ້ຍົກອອກໃນກອງປະຊຸມສະຫຼຸບວຽກງານຂອງຄະນະກຳມະການແຫ່ງຊາດກ່ຽວກັບເດັກປີ 2022 ແລະ ແຜນການຜັນຂະຫຍາຍປີ 2023, ຈັດຂຶ້ນໃນວັນທີ 17 ພະຈິກ, ຢູ່ ຮ່າໂນ້ຍ, ໂດຍທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບເດັກ ເປັນປະທານ.

        ບົດລາຍງານທີ່ກອງປະຊຸມໄດ້ຊີ້ແຈ້ງວ່າ, ປີ 2022, ການເຄື່ອນໄຫວພົ້ນເດັ່ນຂອງຄະນະກຳມະການແຫ່ງຊາດກ່ຽວກັບເດັກ ໄດ້ຕັ້ງໜ້າຮັບປະກັນສິດທິເດັກ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນກ່ຽວກັບເດັກ ເຊິ່ງຫາງສຽງສັງຄົມມີຄວາມສົນໃຈ. ກ່ຽວກັບແຜນການຜັນຂະຫຍາຍປະຕິບັດບັນດານະໂຍບາຍກ່ຽວຂອງເຖິງເດັກໃນໄລຍະຈະມາເຖິງ. ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ໃຫ້ຮູ້ວ່າ:

        “ແຜນການປີ 2023 ແມ່ນເພີ່ມທະວີການສົມທົບກັນລະຫວ່າງຂະແໜງການຕ່າງໆໃນການສ້າງ ແລະ ປະຕິບັດຕາມກົດໝາຍ, ນະໂຍບາຍກ່ຽວຂ້ອງເຖິງວຽກງານເດັກ ແລະ ປະຕິບັດສິດທິເດັກ. ສຳຫຼວດກວດຄືນ, ຄົ້ນຄວ້າ, ປັບປຸງ, ເພີ່ມເຕີມ, ສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອຮັບປະກັນການປະຕິບັດສິດທິເດັກ ໃນນັ້ນສຸມໃສ່ໃຫ້ບຸລິມະສິດຕໍ່ນະໂຍບາຍເບິ່ງແຍງດູແລ, ໜູນຊ່ວຍເດັກໃນຍາມເກີດໄພທຳມະຊາດ, ໂລກລະບາດ, ເດັກທຸກຍາກ, ເດັກຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເບິ່ງແຍງດູແລເດັກກຳພ້າ, ສຸຂະພາບຂອງແມ່ ແລະ ເດັກ...”

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ, ບັນດາສະມາຊິກຂອງຄະນະກຳມະການຈະປັບປຸງປົກປ້ອງເດັກຢູ່ຮາກຖານຄືນໃໝ່, ປົກປ້ອງເດັກທາງອິນເຕີເນັດ. ພ້ອມກັນນັ້ນແມ່ນ, ຜັນຂະຫຍາຍບັນດາມາດຕະການແກ້ໄຂໃຫ້ແກ່ການສຶກສາຂັ້ນອະນຸບານໃນເຂດຜະລິດສົ່ງອອກ, ບັນຫາທາດບຳລຸງໃຫ້ເດັກຢູ່ເຂດຫ່າງໄກຊອກຫຼີກ.

ຕອບກັບ

ຂ່າວ/ບົດ​ອື່ນ