ສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

(VOVWORLD) - ຄະນະກຳມະການນັບບັດໄດ້ລາຍງານໝາກຜົນ ການນັບບັດໄວ້ວາງໃຈຕໍ່ 44 ຕຳແໜ່ງທີ່ໄດ້ຮັບການເລືອກຕັ້ງ
ສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV  - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV
(ພາບ: TTXVN)

ຕອນເຊົ້າວັນທີ 25 ຕຸລາ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບ ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວ. ບັນດາສະມາຊິກສະພາແຫ່ງຊາດໄດ້ຢືນຢັນຄວາມຈຳເປັນໃນການ ດັດປັບກົດໝາຍເພື່ອສ້າງລະບົບຂໍ້ມູນປະຊາກອນແຫ່ງຊາດໃຫ້ສົມບູນແບບ, ແກ້ໄຂຂໍ້ບົກຜ່ອງຂອງ ກົດໝາຍວ່າດ້ວຍບັດປະຈຳຕົວ.

ກ່ຽວກັບເນື້ອໃນທີ່ສະແດງໃນບັດປະຈໍາຕົວ, ມີບາງຄໍາເຫັນໄດ້ສະເໜີກວດກາຄືນ, ຕີລາຄາຕື່ມອີກກ່ຽວກັບຂໍ້ມູນ ທີ່ສະແດງໃນບັດປະຈໍາຕົວ; ບັນດາສະມາຊິກສະພາແຫ່ງຊາດກໍ່ເນັ້ນໜັກເຖິງເລື່ອງເພີ່ມເຕີມຂໍ້ກຳນົດ ກ່ຽວກັບການສະສົມຂໍ້ມູນ ເພື່ອຊ່ວຍຫຼຸດຜ່ອນລະບຽບການ, ປະຕິບັດການປະຕິຮູບບໍລິຫານ.

ກ່ຽວກັບບັນຫາຄຸ້ມຄອງຊາວເຊື້ອຊາດ ຫວຽດນາມ ແຕ່ຍັງບໍ່ທັນກຳນົດສັນຊາດໄດ້ທີ່ພວມດຳລົງຊີວິດຢູ່ ຫວຽດນາມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຫັນດີຕໍ່ຮ່າງຂໍ້ກຳນົດອອກໃບຢັ້ງຢືນໃຫ້ຊາວເຊື້ອຊາດ ຫວຽດນາມ ຫາກບໍ່ຈຳເປັນຕ້ອງອອກບັດປະຈຳຕົວຄືກັບພົນລະເມືອງ ຫວຽດນາມ ແມ່ນເໝາະສົມທີ່ສຸດ.

ສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV  - ảnh 2(ການນຳ ຫວຽດນາມ ປ່ອນບັດໄວ້ເນື້ອວາງໃຈ)

ຕອນບ່າຍວັນທີ 25 ຕຸລາ, ຄະນະກຳມະການນັບບັດໄດ້ລາຍງານໝາກຜົນການນັບບັດໄວ້ວາງໃຈຕໍ່ 44 ຕຳແໜ່ງທີ່ໄດ້ຮັບການເລືອກຕັ້ງ, ໃຫ້ສັດຕະຍາບັນ ເຊິ່ງສະພາແຫ່ງຊາດປະຕິບັດຕາມຮູບແບບບ່ອນບັດລັບ ໃນວາລະເຮັດວຽກຂອງຕອນເຊົ້າວັນດຽວກັນ.

ໃນນັ້ນ, ສຳລັບບັນດາຕຳແໜ່ງສຳຄັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮັບ 373 ບັດໄວ້ວາງໃຈສູງ (ກວມ 77,55% ຈຳນວນບັດທັງໝົດທີ່ໄດ້ຮັບ); ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຮັບ 437 ບັດໄວ້ວາງໃຈສູງ (ກວມ 90,85% ຈຳນວນບັດທັງໝົດທີ່ໄດ້ຮັບ); ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ຮັບ 410 ບັດໄວ້ວາງໃຈສູງ (ກວມ 85,24% ຈຳນວນບັດທັງໝົດທີ່ໄດ້ຮັບ).

ຕອບກັບ

ຂ່າວ/ບົດ​ອື່ນ