ສືບຕໍ່ວາລະປະຊຸມລັດຖະບານ ຜັນຂະຫຍາຍໜ້າທີ່ ເສດຖະກິດສັງຄົມປີ 2014

ສືບຕໍ່ວາລະປະຊຸມລັດຖະບານ ຜັນຂະຫຍາຍໜ້າທີ່ ເສດຖະກິດສັງຄົມປີ 2014 - ảnh 1
(ວາລະ​ປະຊຸມ​ລັດຖະບານ ຜັນ​ຂະຫຍາຍ​ໜ້າ​ທີ່​ເສດຖະກິດ​ສັງຄົມປີ 2014)


(vovworld) - ຕອນ​ເຊົ້າ​ວັນ​ທີ 24/12, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ສືບ​ຕໍ່​ຊີ້​ນຳ​ກອງ​ປະຊຸມ​ລັດຖະບານ​ກັບ​ບັນດາ​ທ້ອງ​ຖິ່ນ ​ເພື່ອ​ແນ​ໃສ່​ຮັບ​ຟັງຄ​ຳ​ເ​ຫັນ​ຂອງ​ທ້ອງ​ຖິ່ນ​ຕ່າງໆ​ເພື່ອ​ແນ​ໃສ່​ສຳ​ເລັດ​ຮ່າງ​ມະຕິ​ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊີ້​ນຳ, ບໍລິຫານ​ການປະຕິ​ບັດແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ແຜນງົບປະມານ​ແຫ່ງ​ລັດ​ປີ 2014.

        ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ເສດຖະກິດ​ສັງຄົມ ​ແລະ ວຽກ​ງານ​ຊີ້​ນຳ, ບໍລິຫານ​ຂອງ​ລັດຖະບານ​ໃນ​ປີ 2013, ບັນດ​າທ້ອງ​ຖິ່ນ​ໄດ້​ຕີ​ລາຄາ​ສູງ​​ເລື່ອງລັດ​ຖະບານ, ນາຍົກລັດຖະມົນຕີ ​ຊີ້​ນຳ, ​ບໍລິຫານ​​​ຢ່າງລະອຽດດ້ວຍ​ເອກະສານນັບ​ແຕ່​ຕົ້ນ​ປີ. ບັນດາ​ກະຊວງ, ຂະ​ແໜງ​ການ​ກໍ່​ໄດ້​ປະກາດ​ໃຊ້​ລາຍການ, ​​ແຜນການ​ເຄື່ອນ​ໄຫວ, ​ເອກະສານ​ຊີ້​ນຳ ​ເພື່ອ​ຈັດ​ຕັ້ງ​ການ​ປະຕິບັດ​ຢ່າງ​ທັນ​ການ. ມີ​ຫຼາຍ​ຄຳ​ເຫັນ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ລັດຖະບານ​ຢືດໝັ້ນ​ທັດສະນະ​ຊີ້​ນຳ​, ບໍລິຫານຢ່າງ​ມີ​ໄຫວ​ພິບ ຮັບປະກັນ​ລັກສະນະ​ກົມກຽວ​ກັບບັນດາ​ຄາດໝາຍ​ຮີບ​ດ່ວນ​ໃນ​ຕໍ່ໜ້າ ກໍ່​ຄື​ລັກສະນະ​ສັງ​ລວມ​ໄລຍະ​ຍາວ ສຳລັບ​ທິດ​ທາງ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ. ໝາກຜົນ​ເສດຖະກິດ​ສັງຄົມ​ໃນ​ປີ 2013 ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຖືກ​ທິດ, ບັນລຸ​ໄດ້​ຈຸດໝາຍ​ລວມ​ໂດຍ​ພື້ນຖານ ​ເຊິ່ງ​ພິສູດ​ໃຫ້​ເຫັນວ່າ ​ແຜນ​ນະ​ໂຍບາຍ, ​ແນວທາງ ​ແລະ ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ສູນ​ກາງແມ່ນ​ຖືກ​ຕ້ອງ​.

ຂ່າວ/ບົດ​ອື່ນ