ສືບຕໍ່ສ້າງພື້ນຖານໂຄງລ່າງໄຟຟ້ານິວເຄຼຍແຫ່ງຊາດໃຫ້ສົມບູນແບບ
ຫ້ອງວາງສະແດງກ່ຽວກັບໄຟຟ້າ ນິວເຄຼຍ ຢູ່ຮ່າໂນ້ຍ
(ພາບ: Ngọc Hà/TTXVN)
(vovworld) - ຕາມແຜນຮ່ວມມືປີ 2014 ລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ອົງການພະລັງງານປະລະມານູສາກົນ (IAEA) ແລ້ວ, ແຕ່ວັນທີ 10 – 14/11, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ຫວຽດນາມ - IAEA ກ່ຽວກັບການພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍ”, ເພື່ອຕີລາຄາການເຄື່ອນໄຫວພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍ ເຊິ່ງ ຫວຽດນາມ ໄດ້ຜັນຂະຫຍາຍ. ດ້ວຍບົດບາດແມ່ນອົງການປະສານງານ, ເປັນປະທານກ່ຽວກັບການພັດທະນາພື້ນຖານໂຄງລ່າງໄຟຟ້າ ນິວເຄຼຍ ຕາມບັນດາຄຳກ່າວເຕືອນຂອງ IAEA ເພື່ອຕອບສະໜອງບັນດາຄຳຮຽກຮ້ອງຜັນຂະຫຍາຍໂຄງການນິວເຄຼຍແຫ່ງທຳອິດຢູ່ ຫວຽດນາມ ປອດໄພ, ສະຫງົບ ແລະ ມີປະສິດທິຜົນ. ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ພ້ອມກັນໜູນຊ່ວຍ ແລະ ສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມືລະຫວ່າງ ຫວຽດນາມ ແລະ IAEA ໃນການນຳໃຊ້ພະລັງງານປະລະມານູຢູ່ ຫວຽດນາມ ໂດຍສັນຕິພາບ. ກອງປະຊຸມສຳມະນາໄດ້ແລກປ່ຽນບັນດາບັນຫາດ້ານເຕັກນິກຄື: ກອບກົດໝາຍ, ຄວາມປອດໄພນິວເຄຼຍ, ຄວາມປອດໄພດ້ານການປະກາຍລັງສີ, ແຫຼ່ງຊັບພະຍາກອນມະນຸດ, ສ້າງແຜນການຮັບມືກັບເຫດຮ້າຍ…
ພາຍຫຼັງວາລະປຶກສາຫາລື ດ້ານເຕັກນິກ, 2 ຝ່າຍຈະຍົກອອກບັນດາບົດລາຍການກ່ຽວກັບສະພາບການຕົວຈິງພັດທະນາພື້ນຖານໂຄງລ່າງໄຟຟ້ານິວເຄຼຍຢູ່ ຫວຽດນາມ ແລະ ສະເໜີການເຄື່ອນໄຫວຮ່ວມມືລວມລະຫວ່າງ 2 ຝ່າຍ.