ສືບຕໍ່ສ້າງເງື່ອນໄຂໃຫ້ເຂດທາງຕາເວັນຕົກສ່ຽງເໜືອພັດທະນາແບບຍືນຍົງ ແລະ ຮອບດ້ານ

(VOVWORLD) - ທີ່ກອງປະຊຸມ, ການນຳບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ບັນດາທ້ອງຖິ່ນໄດ້ສະເໜີຕໍ່ພັກ ແລະ ລັດ ພາຍຫຼັງສິ້ນສຸດການເຄື່ອນໄຫວ ຂອງຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຄວນມີບັນດາກົນໄກ
ສືບຕໍ່ສ້າງເງື່ອນໄຂໃຫ້ເຂດທາງຕາເວັນຕົກສ່ຽງເໜືອພັດທະນາແບບຍືນຍົງ ແລະ ຮອບດ້ານ - ảnh 1 ທ່ານ ຫງວຽນຮ່ວາບິ່ງ, ກຳມະການກົມການເມືອງ, ຫົວໜ້າຄະນະຊີ້ນຳເຂດໄຕບັກ ກ່າວຄຳເຫັນທີ່ກອງປະຊຸມ

ໃນວັນທີ 25 ທັນວາ, ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຈັດຕັ້ງກອງປະຊຸມສະຫລຸບສະພາບການປະຕິບັດໜ້າທີ່ໃນປີ 2017. ທີ່ກອງປະຊຸມ, ການນຳບັນດາກະຊວງ, ຄະນະ, ຂະແໜງການຂັ້ນສູນກາງ ແລະ ບັນດາທ້ອງຖິ່ນໄດ້ສະເໜີຕໍ່ພັກ ແລະ ລັດ ພາຍຫຼັງສິ້ນສຸດການເຄື່ອນໄຫວ ຂອງຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຄວນມີບັນດາກົນໄກ, ນະໂຍບາຍບຸລິມະສິດເປັນພິເສດສະເພາະສຳລັບການພັດທະນາເສດຖະກິດ -- ສັງຄົມເຂດຕາເວັນຕົກສ່ຽງເໜືອ. ທ່ານ ຫງວຽນວັນບີ່ງ, ຫົວໜ້າຄະນະເສດຖະກິດສູນກາງ, ຫົວໜ້າ ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ, ໄດ້ສະເໜີ: ຕ້ອງສຸມໃສ່ບັນດາມາດຕະການແກ້ໄຂຮັບປະກັນຄາດໝາຍເຕີບໂຕດ້ານເສດຖະກິທີ່ດວາງອອກໃນປີ 2018. ຍູ້ແຮງການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ຕິດພັນກັບການສ້າງຊົນນະບົດໃໝ່. ສືບຕໍ່ປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສ້າງເງື່ອນໄຂໃຫ້ວິສາຫະກິດພັດທະນາ, ດຶງດູດແຫຼ່ງກຳລັງລົງທຶນເຂົ້າໃນທ້ອງຖິ່ນ. ເອົາໃຈໃສ່ເປັນພິເສດວຽກງານສົ່ງເສີມສຸຂະພາບຂອງປະຊາຊົນ. ຍົກສູງຄຸນນະພາບການສຶກສາ. ເອົາໃຈໃສ່ສົ່ງເສີມຊີວິດດ້ານເສດຖະກິດ - ສັງຄົມໃຫ້ເປະຊາຊົນ. ເປັນຕົ້ນແມ່ນປະຊາຊົນບັນດາເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ເຂດຫ່າງໄກສອກຫຼີກ, ມີຄວາມຫຍຸ້ງຍາກພິເສດ. ປະຕິບັດນະໂຍບາຍຊົນເຜົ່າ, ສາສະໝາ, ປົກປັກຮັກສາກຸ່ມກ້ອນມະຫາສາມັກຄີຂອງປວງຊົນທັງຊາດເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ