ສືບຕໍ່ຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ສືບຕໍ່ຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ພາບ​ປະກອບ
(vovworld) – ຕອນ​ເຊົ້າ​ວັນ​ທີ 7/3, ຢູ່ ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ຜັນ​ຂະຫຍາຍ​​ແຜນການ​ຈັດ​ຕັ້ງຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ກ່າວ​ຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ ຮວີ່ນວິ້ງ​ອ໋າຍ (Huynh Vinh Ai) ຮອງ​ລັດຖະມົນຕີກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ​, ​ໃຫ້​ຮູ້​ວ່າ​, ຄຳ​ເຫັນ​ສ່ວນ​ຫຼາຍ​ທີ່​ກອງ​ປະຊຸມ​​ໄດ້ຖື​ວ່າ​ຮ່າງ​ລັດຖະທຳ​ມະນູນ​ໄດ້​ຮັບປະກັນ​ຫັນ​ທັດສະນະ​ຂອງ​ພັກ​ໃນ​ໂຄງການ​ການ​ເມືອງ ກໍ່​ຄື​ເອກະສານ​ກອງ​ປະຊຸມ​ໃຫຍ່​ພັກ​ຊຸດ​ທີ 11 ກ່ຽວ​ກັບການປັບປຸງລັດຖະທຳ​ມະນູນ​ປີ 1992 ​ເປັນ​ລະອຽດ. ທ່ານ ​ເລ​ວັນ​ຢູຍ, ຮອງ​ຫົວໜ້າ​ຫ້ອງການ​ອົງການ​ຕາງໜ້າ​ຂອງກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ປະກອບ​ຄຳ​ເຫັນ​ວ່າ:

        “ຜ່ານ​ການ​ປຶກສາ​ຫາລື, ບັນດາ​ຄຳ​ເຫັນ​​ໃນ​ອົງການ​ຂອງ​ພວກ​ຂ້າພະ​ເຈົ້າ ລ້ວນ​ແຕ່​ຢືນຢັນ​ວ່າ ພັກ​ກອມ​ມູນິດ​ຫວຽດນາມ ​​ເປັນກຳລັງ​ນຳພາລັດ​ສັງຄົມ​ແມ່ນ​ຖືກຕ້ອງ ​ແລະ ຈຳ​ເປັນ. ມາດຕາ 4 ສະ​ແດງ​ຈີນ​ຕະນາ​ການ​ປ່ຽນ​ໃໝ່​ຂອງ​ພັກ ​ຢ່າງເໝາະ​ສົມ​ກັບ​ສະພາບ​ການ​​ປະຈຸ​ບັນ, ດັ່ງ​ນັ້ນ​ບັນດາ​ຜູ້​ແທນ​ຖື​ວ່າ, ການ​ເພີ່ມ​ມາດຕາ​ນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ. ບັນຫາ​ວາງ​ອອກ​ແມ່ນ​ຄວນ​ເຮັດ​ແຈ້ງ​ກົນ​ໄກ​ໃດ​ເພື່ອ​ໃຫ້​ປະຊາຊົນ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ການ​ນຳ​ພັກ ​ແລະ ​ກົນ​ໄກ​ໃດເພື່ອ​ໃຫ້​ພັກ​ຮັບ​ຜິດ​ຊອບ​ໜ້າ​ທີ່​ຕໍ່​ປະຊາຊົນ​ກ່ຽວ​ກັບ​ຂໍ້​ຕົກລົງ​ຂອງ​ຕົນ“

 ຄະນະ​ກຳມະການ​ຮຽບຮຽງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຫາ​ກໍ່​ປະກາດ​ເອກະສານ​ກ່ຽວ​ກັບ​ການ​ສື​ບຕໍ່​ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ເລີ່​ມປະຕິບັດ​ແຕ່​ວັນ​ທີ 02/02/2013 ຮອດ​ວັນ​ທີ 31/03/2013. ​ແລະ ພາຍຫລັງ​ວັນ​ທີ 31/03/2013 ຮອດ​ວັນ​ທີ 30/09/2013, ກ່ອນ​ທີ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຖືກ​ຍື່ນ​ສະ​ເຫ​ນີຕໍ່​ສະ​ພາ​ແຫ່ງ​ຊາດ​ຮັບຮອງ​ເອົາ, ປະຊາຊົນ​ຍັງ​ຄົງ​ສືບ​ຕໍ່​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ໄດ້.

​        ໃນ​ 2 ​ເດືອນກວ່າ​ຜ່ານ​ມາ, ມີ​ຫລາຍ​ອົງການ, ຫົວຫນ່ວຍ, ອົງການ​ຈັດ​ຕັ້ງ​​ໃນ​ທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ຮັບ​ເອົາ​ຄຳ​ເຫັນ​​ຈາກ​ປະຊາຊົນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ.  ຢູ່​ນະຄອນ ​ເກີນ​ເທີ ​ໄດ້​ຜັນ​ຂະຫຍາຍ​ປະຕິບັດ​ການຮັບ​ເອົາ​ຄຳ​ເຫັນ​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ ​ໃສ່ ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທີ່​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງຈັດ​ຂຶ້ນ​ຫວ່າງ​ແລ້ວ​ນີ້ ຢູ່ ນະຄອນ ​ເກີນ​ເທີ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ເຫັນ​ດີ​ເຫັນ​ພ້ອມ ​ແລະ ​ເປັນ​ເອກະ​ພາບ​ສູງ​ຕໍ່​ເລື່ອງ​ຈຳ​ເປັນ​ຕ້ອງ​ປັບປຸງຮ່າງ​ລັດຖະທຳ​ມະນູນ​ປີ 1992  ​ເພື່ອ​ສອດຄ່ອງ​ກັບ​ສະພາບ​ການ​ໃຫມ່ ​ແລະ ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ຢູ່​ແຂວງ ບີ່​ງ​ເຢືອງ ກໍ​ໄດ້​ກຳນົດ​ວ່າ: ​ເລື່ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ​ໃສ່ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ສຳຄັນ, ​ແມ່ນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ​​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ ​ແລະ ໝູ່​ມະຫາຊົນ. ທ່ານ ຫງວຽນ​ແທ້ງ ຢູ່ ​ແຂວງ ບິ່ງ​ເຢືອງ ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ສະຫນັບສະຫນູນ ​ແລະ ຕີ​ລາຄາ​ສູງ​ການ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992.

         “ຮ່າງ​ລັດຖະທຳ​ມະນູນ​ປີ 1992 ​ໄດ້​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ແລ້ວ ​ແມ່ນ​ພື້ນຖານ​ຄຸ້ມ​ຄອງ​ປະ​ເທດ​ຊາດ, ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ. ປະຈຸ​ບັນ​ ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ ພ້ອມທັງ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ​ເພື່ອ​ຄຸ້ມ​ຄອງ​ປະ​ເທດ​ຊາດ​ໃຫ້​ເໝາະ​ສົມ​ກັບ​ທ່າ​ອ່ຽງ​ໃຫມ່, ​​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ​ແມ່ນ​ມີ​ຄວາມ ຈຳ​ເປັນ​ທີ່​ສຸດ.”

ສືບຕໍ່ຮັບເອົາຄຳເຫັນຂອງປະຊາຊົນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 2

ກ່ຽວຂ້ອງ​ເຖິງ​ການ​ປະກອບ​ຄຳ​ເຫັນ​​ປັບ​ປຸງ​ລັດຖະທຳ​ມະນູນ​ປີ 1992, ຕອນ​ເຊົ້າ​ວັນ​ທີ 7/3 ຢູ່​ ຮ່າ​ໂນ້ຍ ຄະນະ​ກຳມະການ​ຊົນ​ເຜົ່າ​​ໄດ້ຈັດ​ຕັ້ງ ກອງ​ປະຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ດ້ວຍ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນບັນຫາ​ຊົນ​ເຜົ່າ ​ແລະ ວຽກ​ງານ​ຊົນ​ເຜົ່າ. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ ລ້ວນ​ແຕ່​ຮັບ​ຮູ້​ວ່າ: ຮ່າງ ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ຄັ້ງ​ນີ້ ​ໄດ້​ເປີດ​ກວ້າງ, ສະ​ແດງ​ໃຫ້​ເຫັນ​ບັນຫາ​ຊົນ​ເຜົ່າ​ຫລາຍ​ກວ່າ ​ໃນລະດັບ​ກໍ​ແຕກ​ຕ່າງ​ກັນ, ສ່ອງ​​ແສງ​ບັນຫາ​ຊົນ​ເຜົ່າ​ຢ່າງຮອບດ້ານ ​ແລະ ຄົບ​ຖ້ວນ​ພໍ​ສົມຄວນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຮ່າງ ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ​ຄັ້ງ​ນີ້ ຄວນ​ກຳນົດຢ່າງ​ຈະ​ແຈ້ງ​ທີ່​ຕັ້ງ​ບົດບາດ​ຍຸດ​ທະ​ສາດ​ຂອງ​ບັນຫາ​ຊົນ​ເຜົ່າ ​ແລະ ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ເຜົ່າ, ສິດ ​ແລະ ພັນທະ​ຢ່າງ​ສະ​ເຫມີ​ພາບ​ຂອງ​ບັນດາ​ເຜົ່າ, ຫລັກການ, ນະ​ໂຍບາຍ​ແກ້​ໄຂ​ບັນຫາ​ຊົນ​ເຜົ່າ​ກໍ​ຄື​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ຂອງ​ບັນດາ​ເຜົ່າ. ກ່ຽວ​ກັບ​ນະ​ໂຍບາຍ​ຊົນ​ເຜົ່າ, ທ່ານ ຫລຸ່ວັນ​ແກວ ອະດີດ​ຮອງ​ຫົວຫນ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ກ່າວ​ວ່າ:

        “ຂ້າພະ​ເຈົ້າ​ສະ​ເຫ​ນີວ່າ ຄວນ​ກຳນົດ​ ບັນດາ​ຊົນ​ເຜົ່າ​ໃນ​ມະຫາ​ຄອບຄົວ​ຊົນ​ເຜົ່າ ຫວຽດນາມ ຕ້ອງ​ມີ​ຄວາມ​ສະ​ເຫມີ​ພາບ, ສາມັກຄີ, ​ເຄົາລົບ, ຊ່ວຍ​ເຫລືອ​ກັນ​ພັດທະນາ​ກ້າວຫນ້າ. ບັນດາ​ຫລັກການ​ທີ່​ເປັນພື້ນຖານ​ນັ້ນ ຕ້ອງ​ສະ​ແດງ​ໃນ​ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ ​ແລະ ລັດ, ຮຽກຮ້ອງ​​ໃຫ້​ທຸກ​ຄົນ​ຕ້ອງ​ປະຕິບັດ​​ເປັນ​ຢ່າງ​ດີ.”

 

ຂ່າວ/ບົດ​ອື່ນ