ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ,ນະໂຍບາຍສາສະໜາຫວຽດນາມ-ກຳປູເຈຍ

ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວ,ນະໂຍບາຍສາສະໜາຫວຽດນາມ-ກຳປູເຈຍ - ảnh 1
(ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈີນ​ດ້າຍກວາງ
​ຕ້ອນ​ຮັບ​ທ່ານ Him Chhem)

(vovworld) - ຕອນ​ບ່າຍວ​ັນ​ທີ 02/08, ຢູ່ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Him Chhem, ກຳ​ມະ​ການ​ກົມ​ການ​ເມືອ​ງ, ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພິ​ທີ​ການ ແລະ ສາ​ສະ​ໜາ​ກຳ​ປູ​ເຈຍ, ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດນາມ. ​ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ປາດ​ຖະ​ໜາ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງຄະ​ນະ​ສາ​ສະ​ໜາ​ລັດ​ຖະ​ບານຫວຽດ​ນາມ ແລະ ກະ​ຊວງ​ພິ​ທີ​ການ ແລະ ສາ​ສະ​ໜາ​ກຳ​ປູ​ເຈຍ ຕ້ອງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າກວ່າ ໃນ​ການ​ປະ​ຕິ​ບັດລາຍ​ການ​ຮ່ວມ​ມື, ຍົກ​ສູງ​ປະ​ສິດ​ທິ​ຜົນການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສາ​ສະ​ໜາ. 2 ອົງ​ການ​ຕ້ອງ​ສືບ​ຕໍ່​ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ໃຫ້​ສະ​ມາ​ຄົມ​ພຸ​ດ​ມະ​ສາ​ສະ​ໜາ​ຫວຽດ​ນາມ ແລະ ພຸດ​ທະ​ສາ​ສະ​ໜ​າ ກຳ​ປູ​ເຈຍ ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ​່ຽນ​ຄະ​ນະ​ຜູ້​ແທນ.

        ກ່ອນ​ໜ້ານັ້ນ, ໃນ​ຕອ​ນ​ເຊົ້າ​ວັນ​ດຽວ​ກັນ, ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາລະ​ຫວ່າງຄະ​ນະ​ສາ​ສະ​ໜາ​ລັດ​ຖະ​ບານຫວຽດ​ນາມ ແລະ ກະ​ຊວງ​ພິ​ທີ​ການ ແລະ ສາ​ສະ​ໜາ​ກຳ​ປູ​ເຈຍ. 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບສະ​ພາບ​ການ​ສາ​ສະ​ໜາ ແລະ ບົດ​ຮຽນ​ໃນ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບ​ສາ​ສະ​ໜາ, ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກ່​ຽວ​ກັບ​ວ​ຽກ​ງານ​ສາ​ສະ​ໜາ​ທີ່​ໄດ​້​ລົງ​ນາມຢູ່​ນະ​ຄອນ​ໂຮ່​ຈິ​ມິນ ເມື່ອ​ເດືອນ 02/2015.

ຂ່າວ/ບົດ​ອື່ນ