ສັບປະດາ“ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ”ປີ2016ຈະດຳເນີນໃນວັນທີ18-23/11

ສັບປະດາ“ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທຳຫວຽດນາມ”ປີ2016ຈະດຳເນີນໃນວັນທີ18-23/11 - ảnh 1
ສັບປະດາ“ມະຫາ​ສາມັກຄີ​ບັນດາ​ເຜົ່າ-​
ມໍ​ລະ​ດົກ​ວັດ​ທະນະ​ທຳຫວຽດນາມ”ປີ2015.
(ພາບອິນເຕີແນັດ)

(vovworld) - ສັບປະດາ“ມະຫາ​ສາມັກຄີ​ບັນດາ​ເຜົ່າ-​ມໍ​ລະ​ດົກ​ວັດ​ທະນະ​ທຳຫວຽດນາມ”ປີ2016ຈະ​ດຳ​ເນີນ​ຢູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ, ​ດ້ວຍ​ການ​ເຂົ້າຮ່ວມ​ຂອງເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນາຍບ້ານ, ນັກ​ສິລະ​ປິນ, ພໍ່​​ແມ່​ປະຊາຊົນ​ທີ່​ຕາງໜ້າ​ໃຫ້​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ 120 ຄົນ. ປີ​ນີ້ ລາຍການ​ຈະ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ແນະນຳ​ເຖິງ​ຄຸນ​ຄ່າ​ວັດທະນະທຳ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ ຫວຽດນາມ ຄື: ການ​ເສັງ​ ​ແລະ ວາງສະ​ແດງ​ຮູບ​ພາບດ້ວຍ​ຫົວ​ຂໍ້ “ໝູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ - ຊາຍ​ຄາ​ລວ​ມຂອງ​ປະຊາ​ຄົມ 54 ຊົນ​ເຜົ່າ ຫວຽ​ດນາມ”; ວາດ​ພາບ​ການ​ດຳລົງ​ຊີວິດ​ປະຈຳ​ວັນ​ຂອງ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ…​ທ່ານ ​ເລີມ​ວັນ​ຄາງ ຜູ້​ຮັກສາ​ການ​ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ລາຍການ​ໃນ​ປີ​ນີ້ ​ໄດ້​ຈັດ​ຕັ້ງດ້ວຍ ປ່ຽນ​ໃໝ່, ນັ້ນ​ບໍ່​ແມ່ນ​ລາຍ​ການສະ​ແດງ​ສິລະ​ປະທຳ​ມະ​ດາ ຫາກ​ລາຍການ​ເປັນ​ສັບປະດາ​ຈະ​ດຳ​ເນີນ​ດ້ວຍການ​ເຄື່ອນ​ໄຫວ 2 ຢ່າງ. ທີ​ໜຶ່ງ​ແມ່ນ ພວກ​ຂ້າພະ​ເຈົ້າ​ຈັດ​ຕັ້ງ carnavan ​ເສັ້ນທາ​ງວັດທະນະທຳ, ​ແນະນຳວັດທະນະທຳ​ຂອງບັນດາ​ເຂດ​ພາກ​ຂອງ​ປະ​ເທດ​. ຫລັງ​ຈາກ​ນັ້ນ ​​ລາຍການ​ເປັນ​ສັບປະດາ​ຢ່າງ​ເປັນ​ທາ​ງດານ ດ້ວຍ​ການສະ​ແດງ​ສິລະ​ປະ​ຂ່ຳນັບ​ຮັບ​ຕ້ອນ ​ແນະນຳ, ​ເຊີດ​ຊູ​ບັນດາ​ມໍລະດົກ​ວັດທະນະທຳ​ບັນດາ​ເຜົ່າ ຫວຽດນາມ ປະກອບສ່ວນ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ

ຂ່າວ/ບົດ​ອື່ນ