ສັບປະດາວັດທະນະທຳ ຫວຽດນາມ-ຍີ່ປຸ່ນ

ສັບປະດາວັດທະນະທຳ ຫວຽດນາມ-ຍີ່ປຸ່ນ - ảnh 1

(ພາບ:baodientu.chinhphu.vn

(vovworld)-  ​ ຕອນ​ຄ່ຳ​ວັນ​ທີ 25/8, ຢູ່​ແຂວງ​ບ່າ​ເຣັ້ຍຫວູ໋ງ​ເຕົາ, ຄະນະ​ກຳມະການ ປຊຊ ​ແຂວງ​ໄດ້ຈັດ​ງານ​ລາຕີ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ສິລະ​ປະ ​ແລະ ອັດສັບປະດາ​ວັດທະນະທຳ​ຫວຽດນາມ-​ຍີ່ປຸ່ນ​. ສັບປະດາ​ວັດທະນະທຳ​ຫວຽດນາມ-​ຍີ່ປຸ່ນ​ ​ໂດຍຄະນະ​ກຳມະການ ປຊຊ ​ແຂວງ​ບ່າ​ເຣັ້ຍຫວູ໋ງ​ເຕົາ ຈັດຕັ້ງຂຶ້ນ​ແຕ່​ວັນ​ທີ 17-25/8. ການ​ເຄື່ອນ​ໄຫວ​ຕ່າງໆ​ໃນສັບປະດາ​ລວມມີ: ການ​ເສັງ​ຊອກ​ຮູ້ 40 ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ-​ຍີ່ປຸ່ນ; ​ເຊີນ​ບັນດາ​ຄອບຄົວ​ຍີ່ປຸ່ນ ປະສົບ​ເຄາະ​ຮ້າຍ​ໃນ​ໄພພິບັ​ດຄື້ນຟອງ​ທີ່​ຮ້າຍ​ແຮງ​ເມື່ອ​ວັນ​ທີ 11/3/2011 ມາ​ຢ້ຽມຢາມ​ແຂວງບ່າ​ເຣັ້ຍຫວູ໋ງ​ເຕົາ; ງານ​ວາງສະ​ແດງຮູ​ບພາບ “ຫວຽດນາມ-​ຍີ່ປຸ່ນ, ບ່າ​ເຣັ້ຍຫວູ໋ງ​ເຕົາ-Kawasaki: ປະ​ເທດ​ຊາດ ​ແລະ ປຊຊ“; ຊຸມ​ວັນ​ວັດທະນະທຳ​ຫວຽດນາມ-​ຍີ່ປຸ່ນ; ​ໄຂ​ສູນ​ສອນ​ພາສາ​ຍີ່ປຸ່ນ…​​ເຂົ້າຮ່ວມ​ລາຍການພົບ​ປະ​ແລກປ່ຽນ​ວັດທະນະທຳ​ຫວຽດນາມ-​ຍີ່ປຸ່ນ ມີ​ບັນດາ​ນັກ​ຮ້ອງ, ນັກ​ສິລະ​ປິ​ນສອງ​ປະ​ເທດ​ດ້ວຍ​ບັນດາ​ບົດ​ເພງ, ວາດ​ຟ້ອນ​ທີ່​ເຂັ້ນຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ສອງ​ປະ​ເທດ.

  ​ໃນ​ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ, ຢູ່​ວັດຂົວ​ ນະຄອນ​ໂຮ້ຍອານ, ​ໄດ້​ຈັດ​ງານ​ລາຕີ​ອັດ “ລາຍການ​ພົບ​ປະ​ແລກປ່ຽນວັດ​ທະນະ​ທຳ​ໂຮ້ຍອານ-​ຍີ່ປຸ່ນ“. ລາຍການ​ສະ​ແດງ​ສິລະ​ປະ​ໃນ​ງານ​ລາຕີ​ດັ່ງກ່າວ ​ໄດ້​ເປີດ​ສາກ​ດ້ວຍດົນຕີ​ປະສານ​ສຽງ​​ໂດຍ​ບັນດາ​ນັກສະ​ແດງ​ຂອງ​ສູນວັດທະນະທຳ​ກິລາ​ນະຄອນ​ໂຮ້ຍອານ​ສະ​ແດງ, ຕໍ່​ຈາກ​ນັ້ນ​ແມ່ນ​ບັນດາ​ບົດ​ເພງ​ຍີ່ປຸ່ນ​ ໂດຍບັນດາ​ນັກ​ຮ້ອງ, ນັກ​ສິລະ​ປະ​ປິນຫວຽດນາມ ​ແລະ ຍີ່ປຸ່ນ ສະ​ແດງ. ທ່ານ​ຟານ​ກວກ​ແຮ່​ວງ (Phan Quoc Hoanh) ຊາວ​ນະຄອນ​ໂຮ້ຍອານ ​ແບ່ງປັນ​ວ່າ:

   “ຂ້າພະ​ເຈົ້າ​ໄດ້​ເຂົ້າຮ່ວມ​ງານ​ບຸນ​ນີ້ 11 ຄັ້ງ​ແລ້ວ, ຂ້າພະ​ເຈົ້າ​ເຫັນ​ວ່າ​ງານ​ບຸນຄັ້ງ​ໃດ​ກໍ່​ມວ່ນ ​ແລະ ມີ​ການ​ປ່ຽນ​ແປງ. ງານ​ບຸນຄັ້ງນີ້​ມີ​ຈຸດ​ພິ​ເສດສະ​ເພາະ ​ແລະ ​ເລິກ​ເຊິ່ງກ່ວາ. ງານ​ບຸນ​ໄດ້​ນຳ​ມາ​ເຊິ​່ງບັນດາ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ກ່ຽວ​ກັບ​ດ້ານ​ວັດທະນະທຳ, ອາລົມ​ຈິດ​ຄວາມ​ຮັກ​ແພງ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ-​ຍີ່ປຸ່ນ ​ໃຫ້​ແກ່​ຊາວ​ນະຄອນ​ໂຮ້ຍອານ“.

ຂ່າວ/ບົດ​ອື່ນ