ສັບປະດາວັດທະນະທຳພຸດທະສາສະຫນາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ ພສ 2561

(VOVWORLD) -ໃນບັນດາການເຄື່ອນໄຫວຂອງສັບປະດາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ  ພສ 2561, ຕອນເຊົ້າວັນທີ 3/5 ກົງກັບ ວັນທີ 8/4 ຕາມຈັນທະປະຕິທິນ, ຄະນະບໍລິຫານງານສະມາຄົມພຸດທະສາສະຫນາ ນະຄອນ ໂຮ່ຈິມິນ ໄດ້ຈັດຕັ້ງພິທີແຫ່ພະພຸດທະຮູບ ແລະ ຫົດສົງ ຕາມພິທີກຳທີ່ເປັນປະເພນີ. 
ສັບປະດາວັດທະນະທຳພຸດທະສາສະຫນາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ ພສ 2561 - ảnh 1 ພາບປະກອບ:Vnplus

ພິທີແຫ່ພະພຸດທະຮູບແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນເປີດສາກໃຫ້ສັບປະດາຂ່ຳນັບຮັບຕ້ອນວັນບຸນວິສາຂະບູຊາ ພສ 2561 ຢູ່ ນະຄອນ ໂຮ່ຈິມີນ ດ້ວຍການເຄື່ອນໄຫວອຸດົມສົມບູນຫລາຍຢ່າງດຳເນີນຢູ່ 24 ເມືອງ. ພະອາຈານມະຫາ ທີກຈີກວ໋າງ, ຫົວຫນ້າຄະນະບໍລິຫານງານສະມາຄົມພຸດທະສາສະຫນາຫວຽດນາມ ນະຄອນ ໂຮ່ຈິມີນ ໃຫ້ຮູ້ວ່າ:

        “ວັນທີ 8/4 ໄລ່ຕາມຈັນທະປະຕິທິນ ແມ່ນວັນດຳເນີນພິທີຫົດສົງພະ, ແລະ ນັບແຕ່ວັນທີ 8 ຮອດວັນທີ 15/4 ໄລ່ຕາມຈັນທະປະຕິທິນ ແມ່ນຈັດຕັ້ງບັນດາລາຍການສະແດງສິລະປະ, ງານວາງສະແດງ, ເຜີຍແຜ່ທຳມະເທດສະຫນາ… ເພື່ອອາໄລຫາພະພຸດທະເຈົ້າ. ປີນີ້ ສາສະນິກະຊົນພຸດທະສາສະຫນາ ນະຄອນ ໂຮ່ຈິມີນ ມີຄວາມປິຕິຊົມຊື່ນທີ່ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ