ສັບປະດາວັດທະນະທຳຫວຽດນາມໄຂຂຶ້ນຢູ່ Tehran
ພິທີຕັດແຖບຜ້າໄຂສັບປະດາວັດທະນະທຳຢູ່ ເຕເຮຣານ
|
(vovworld) - ຕອນຄ່ຳວັນທີ 24/12, ທີ່ໂຮງລະຄອນນະຄອນຫຼວງ Tehran, ສະຖານທູດຫວຽດນາມ ປະຈຳ ອີຣານໄດ້ຈັດຕັ້ງພິທີໄຂສັບປະດາວັດທະນະທຳຫວຽດນາມຢູ່ອີຣານ. ກ່າວຄຳເຫັນທີ່ພິທີໄຂສັບປະດາວັດທະນະທຳ, ທ່ານ ຫງວຽນຮົ່ງແທກ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຣານ ຢືນຢັນວ່າ ສັບປະດາວັດທະນະທຳນີ້ ຈະຊ່ວຍໃຫ້ຊາວຫວຽດນາມ ແລະ ອີຣານມີຄວາມໃກ້ຊິດຕິດແທດກັກວ່າ, ເຂົ້າໃຈກັນກວ່າອີກ ແລະ ໃຫ້ຊ່ວຍແກ່ການພົວພັນສອງຝ່າຍນັບມື້ນັບພັດທະນາ. ຕາງໜ້າໃຫ້ບັນດາເພື່ອນອີຣານ ທ່ານ Ghodrat Ali Hesshmatian ປະທານສະຫະສະມາຄົມບັນດາພັກອີຣານ ໄດ້ເນັ້ນໜັກເຖີງ ນ້ຳໃຈຂອງຊາວອີຣານສຳລັບຫວຽດນາມ ນັບແຕ່ຊຸ່ມປີສົງຄາມມາເຖີງປັດຈຸບັນ. ຊົມເຊີມຂໍ້ລິເລີ່ມຂອງສະຖານທູດຫວຽດນາມຈັດຕັ້ງສັບປະດາວັດທະນະທຳຫວຽດນາມ ຢູ່ອີຣານ. ສັບປະດາວັດທະນະທຳອີຣານຍັງມີການປະກອບສ່ວນຂອງສຽງດົນຕີພື້ນເມືອງພ້ອມກັບບັນດາທຳນອງເພງພື້ນເມືອງ quan họ Bắc Ninh ຂອງບັນດານັກສິລະປິນຫວຽດນາມ. ບັນຍາກາດຫວຽດນາມ ຂອງວັນໄຂສັບປະດາວັດທະນະທຳຫວຽດນາມ ຍັງໄດ້ນັບການສະແດງອອກດ້ວຍຮູບພາບ 20ແຜ່ນ ກ່ຽວກັບທິວທັດທຳມະຍາດ ແລະ ການດຳລົງຊີວິດຂອງຊາວຫວຽດນາມ ໂດຍ ບັນດານັກຖາຍຮູບຫວຽດນາມ ແລະ ອີຣານ ງ່າຍຮູບ.
ສັບປະດາວັດທະນະທຳຫວໜດນາມ ຈະສືບຕໍ່ໄດ້ຮັບການຈັດຕັ້ງເຖີງວັນທີ 29/12 ທີ່ 5 ນະຄອນອື່ນອີກ, ນັ້ນແມ່ນ Shiraz, Esfahan, ເກາະ Kish, Tabriz ແລະ Kashan.