ສ​ປ​ຊ ​ສະ​ເໜີ​ໃຫ້​ບັນ​ດາ​ປະ​ເທດ​ປະ​ກອບ​ເງິນ​ເປັນ​ຈຳ​ນວນ 23 ຕື້ USD ເພື່ອ​ຢຸດ​ຕິພະ​ຍາດ​ໂຄວິດ - 19 ໃນ​ປີນີ້

(VOVWORLD) -ປັດຈຸບັນ, ຂໍ້ລິເລີ່ມ COVAX ພວມຂາດເຂີນຈຳນວນເງິນປະມານ 16 ຕື້ USD ເພື່ອຜັນຂະຫຍາຍການເຄື່ອນໄຫວອຸປະຖຳ COVAX. ກ່ອນໜ້ານັ້ນ, ສປຊ ໄດ້ສົ່ງຈົດໝາຍໄປຍັງ 50 ປະເທດຮັ່ງມີໃນທົ່ວໂລກ, ສະເໜີການໜູນຊ່ວຍງົບປະມານທີ່ໃຫ້ແກ່ COVAX.
ສ​ປ​ຊ ​ສະ​ເໜີ​ໃຫ້​ບັນ​ດາ​ປະ​ເທດ​ປະ​ກອບ​ເງິນ​ເປັນ​ຈຳ​ນວນ 23 ຕື້ USD ເພື່ອ​ຢຸດ​ຕິພະ​ຍາດ​ໂຄວິດ - 19 ໃນ​ປີນີ້ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres  (ພາບ: TTXVN)

ວັນທີ 9 ກຸມພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ການນຳໃນທົ່ວໂລກຫຼາຍທ່ານ ໄດ້ສະເໜີໃຫ້ບັນດາປະເທດ ປະກອບເງິນຈຳນວນ 23 ຕື້ USD ໃຫ້ແກ່ COVAX ເພື່ອສາມາດຢຸດຕິພະຍາດໂຄວິດ - 19 ໃນທ້າຍປີນີ້. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ໂລກຕ້ອງມີການກະທຳຢ່າງທັນການ ຍ້ອນວ່າສະພາບການຂາດຄວາມສະເໝີພາບກ່ຽວກັບການວັກຊິນກັນໂຄວິດ - 19 ຍັງສືບຕໍ່ດຳເນີນ ຈະເປັນການປະລາໄຊ ດ້ານຄຸນສົມບັດຢ່າງໃຫຍ່ຫຼວງທີ່ສຸດ ຂອງມວນມະນຸດ ແລະ ໂລກ ຈະບໍ່ສາມາດຄວບຄຸມໂລກລະບາດໂຄວິດ - 19ໄດ້.

ປັດຈຸບັນ, ຂໍ້ລິເລີ່ມ COVAX ພວມຂາດເຂີນຈຳນວນເງິນປະມານ 16 ຕື້ USD ເພື່ອຜັນຂະຫຍາຍການເຄື່ອນໄຫວອຸປະຖຳ COVAX. ກ່ອນໜ້ານັ້ນ, ສປຊ ໄດ້ສົ່ງຈົດໝາຍໄປຍັງ 50 ປະເທດຮັ່ງມີໃນທົ່ວໂລກ, ສະເໜີການໜູນຊ່ວຍງົບປະມານທີ່ໃຫ້ແກ່ COVAX. ຕາມ ສປຊ ແລ້ວ, ຖ້າໂລກສືບຕໍ່ມີຄວາມຊັກຊ້າ ໃນການແຈກຢາຍວັກຊິນຢ່າງສະເໝີພາບນັ້ນ ຜົນເສຍຫາຍດ້ານການເງິນຂອງພື້ນຖານເສດຖະກິດທົ່ວໂລກ ຈະສູງຂຶ້ນທົບ 4 ເທົ່າເມື່ອທຽບໃສ່ກັບຈຳນວນເງິນລົງທຶນໃຫ້ແກ່ໂຄງການແຈກຢາຍວັກຊິນຕ້ານພະຍາດໂຄວິດ - 19 ຢ່າງສະເໝີພາບ ໃນທົ່ວໂລກ.

ຄາດວ່າ, ສປຊ ຈະສ້າງສາງສຳຮອງວັກຊິນ ປະມານ 600 ລ້ານໂດສ, ຊື້ຊຸດກວດເຊື້ອ 700 ລ້ານຊຸດ ແລະ ຮັບປະກັນການສະໜັບສະໜູນເຄື່ອງຊ່ວຍຫາຍໃຈ, ຢາປິ່ນປົວພະຍາດໃຫ້ແກ່ຜູ້ຕິດເຊື້ອປະມານ 120 ລ້ານຄົນ, ຕອບສະໜອງ ຄວາມຕ້ອງການຂອງປະເທດທຸກຍາກຢ່າງພຽງພໍ.

ຕອບກັບ

ຂ່າວ/ບົດ​ອື່ນ