ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ Mariupol (ຢູ​ແກຼນ) ເພື່ອ​ຍົກ​ຍ້າຍ​ປະ​ຊາ​ຊົນອອກ​ຈາກ​ເຂດ​ສູ້​ຮົບ

(VOVWORLD) -ທ່ານ Amin Awad ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງໃຊ້ກາລະໂອກາດໃນໂອກາດວັນ Orthodox Easter ກົງກັບວັນທີ 24 ເມສາ ເຊິ່ງ ປະຊາຊົນ ຢູ່ຢູແກຼນ ແລະ ລັດເຊຍລ້ວນແຕ່ສະເຫຼີມສະຫຼອງ, ເພື່ອຢຸດຕິການເຄື່ອນໄຫວປະທະກັນ.
ສ​ປ​ຊ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່ Mariupol (ຢູ​ແກຼນ) ເພື່ອ​ຍົກ​ຍ້າຍ​ປະ​ຊາ​ຊົນອອກ​ຈາກ​ເຂດ​ສູ້​ຮົບ - ảnh 1ພາບປະກອບ: AFP/TTXVN

ວັນທີ 24 ເມສາ, ທ່ານ Amin Awad ຜູ້ປະສານງານຮັບຜິດຊອບສະພາບການຢູແກຼນ ຂອງ ສປຊ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງຢຸດຕິການປະທະກັນຢູ່ນະຄອນ Mariupol, ປະເທດ ຢູແກຼນ ຢ່າງທັນທີ ເພື່ອອະນຸຍາດໃຫ້ປະຕິບັດການຍົກຍ້າຍສາມັນຊົນຢູ່ນະຄອນ ອອກຈາກເຂດສູ້ຮົບ. ທ່ານ Amin Awad ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງໃຊ້ກາລະໂອກາດໃນໂອກາດວັນ Orthodox Easter ກົງກັບວັນທີ 24 ເມສາ ເຊິ່ງ ປະຊາຊົນ ຢູ່ຢູແກຼນ ແລະ ລັດເຊຍລ້ວນແຕ່ສະເຫຼີມສະຫຼອງ, ເພື່ອຢຸດຕິການເຄື່ອນໄຫວປະທະກັນ.

ຕາມ ສປຊ, ມີປະຊາຊົນປະມານ 100.000 ຄົນພວມຕິດຄ້າງຢູ່ ນະຄອນ Mariupol.

ຕອບກັບ

ຂ່າວ/ບົດ​ອື່ນ