(vovworld) - ໂຄສົກຄະນະກຳມະການສັນຕິພາບ ເອກະພາບຂອງ ສປປ ເກົາຫຼີ ເມື່ອວັນທີ 5/4 ໃຫ້ຮູ້ວ່າ: ປະເທດນີ້ຖືການຍິງສະກັດດາວທຽມ ແມ່ນການກະທຳກໍ່ສົງຄາມ ແລະ ຈະມີການກະທຳໂຕ້ຕອບທີ່ແຂງກະດ້າງ. ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (ຫຼື KCNA) ໄດ້ຄັດຄຳເວົ້າຂອງໂຄສົກຜູ້ນີ້ວ່າ: ດາວທຽມ Kwangmyongsong – 3 ເຊິ່ງປະເທດນີ້ກະກຽມຍິງ ແມ່ນດາວທຽມສັນຕິພາບ, ເພື່ອຈຸດປະສົງພັດທະນາວິທະຍາສາດ. ສປປ ເກົາຫຼີ ຮັບປະກັນລັກສະນະຖືກຕ້ອງຕາມກົດໝາຍ ແລະ ກະຈ່າງແຈ້ງຂອງທັງວິວັດການຍິງດາວທຽມ. ດັ່ງນັ້ນ, ເລື່ອງປະເທດໃດໜຶ່ງ ຍິງສະກັດດາວທຽມຂອງ ສປປ ເກົາຫຼີ ຈະແມ່ນການກະທຳກໍ່ສົງຄາມ ແລະ ຈະຕ້ອງຮັບຜົນຮ້າຍຢ່າງໜັກໜ່ວງ.
ສປປ ເກົາຫຼີ ມີແຜນການຍິງດາວທຽມ Kwangmyongsong – 3 ແຕ່ວັນທີ 12 – 16/4 ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນຄ້ານວັນເກີດຂອງອະດີດປະທານ Kim Il Sung.