ສປປ ເກົາຫຼີ ບໍ່ປ່ຽນແປງນະໂຍບາຍ

ສປປ ເກົາຫຼີ ບໍ່ປ່ຽນແປງນະໂຍບາຍ - ảnh 1
ການນຳ Kim Jong Un ພົບປະກັບທະຫານເມື່ອວັນທີ 27/7
(ພາບ: ສຳນັກຂ່າວສານ ຊິງຮວາ)

(vovworld) - ​​ໃນ​​ແຫຼ່ງຂ່າວ​ອອກ​ວັນ​ທີ 29/7, ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (ຫຼື KCNA) ຢັ້ງຢືນ​ວ່າ: ບໍ່​ມີ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ຢູ່ ສປປ ​ເກົາຫຼີ. ​​ໂດຍຄັດ​ສະ​ເໜີ​ຄຳ​ເວົ້າຂອງ​ໂຄສົກ​ຄະນະ​ກຳມະການ​ເອກະ​ພາບ​ສັນຕິພາບ​ຂອງ ສປປ ​ເກົາຫຼີ, KCNA ​ໃຫ້​ຮູ້​ວ່າ: ບໍ່​ມີ​ການ​ປ່ຽນ​​ແປງ​ໃດໆ, ​ເຖິງ​ວ່າ​ແມ່ນ​ນ້ອຍ​ທີ່​ສຸດ​ໃນ​​ນະ​ໂຍບາຍ​ທັງ​ໝົ​ດຂອງ ສປປ ​ເກົາຫຼີ ຍ້ອນ​ວ່າ: ທຸກ​ໆນະ​ໂຍບາຍລ້ວນ​ແຕ່​ໄດ້​ຮັບ​ການ​ປະຕິບັດ​ຕາມ​ເສັ້ນທາງ​ເຊິ່ງບັນດາ​ການ​ນຳ​ລຸ້ນ​ກ່ອນ​ໄດ້​ວາງ​ອອກ, ​ເພື່ອ​ແນ​ໃສ່​ປະຕິບັດ​ສຳ​ເລັດ​ບັນດາ​ຈຸດໝາຍ​​ໄດ້ວາງ​ອອກ. ສປປ ​ເກົາຫຼີ​ ພວມ​ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ​ແລະ ຍຸດ​ໂທ​ບາຍ​ໃໝ່ ​ເຮັດ​​ແນວ​ໃດ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ການ​ມີ​ການ​ຜັນ​ແປ​ຄື​ປະຈຸ​ບັນ, ພ້ອມ​ທັງ​ຢືນຢັນ​ວ່າ ການ​ນ​ຳ ສປປ ​ເກົາ​ຫຼີ ບໍ່​ທຳລາຍ​ນະ​ໂຍບາຍ​ທີ່​ໄດ້ວາງ​ອອກ​​ໃນ​ເມື່ອ​ກ່ອນ. ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ ​ໃນ​ສະພາບ​ການ​ນັບ​ມື້​ນັບ​ມີ​ການຄາດ​ຄະ​ເນ​ຫຼາຍ​ຢ່າງ​ວ່າ: ສປປ ​ເກົາຫຼີ ອາດ​ຈະພວມ​ດຳ​ເນີນ​ບັນດາ​ການ​ປ່ຽນ​ແປງ​ພາຍ​ໃຕ້​ການ​ບໍລິຫານ​ຂອງ​ການ​ນຳ Kim Jong Un.

ຂ່າວ/ບົດ​ອື່ນ