ສປປລາວຈັດພິທີສະເຫຼິມ ສະຫຼອງ 63 ປີແຫ່ງວັນ ສ້າງຕັ້ງຂະແຫຼງ ສື່ມວນຊົນ ແລະ ການພິມຈຳຫນ່າຍ

ສປປລາວຈັດພິທີສະເຫຼິມ ສະຫຼອງ 63 ປີແຫ່ງວັນ ສ້າງຕັ້ງຂະແຫຼງ ສື່ມວນຊົນ ແລະ ການພິມຈຳຫນ່າຍ - ảnh 1
ພາບປະກອບ:internet


(vovworld)- ​ ວັນ​ທີ 13/8, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ​ໄດ້​ຈັດ​ຕັ້ງ  ພິທີສະເຫລີມສະຫລອງວັນສື່ມວນຊົນ ແລະ ວັນການພິມຈຳຫນ່າຍ ຄົບຮອບ  63 ປີ (13/8/1950 - 13/8/ 2013). ​​ປະຈຸ​ບັນ, ລາວມີ ສື່ສິ່ງພິມ 118 ສະບັບ ໃນນັ້ນມີຫນັງສືພິມລາຍວັນ 11 ສະບັບ, ວາລະສານ 107 ສະບັບ, ວິທະຍຸກະຈາຍສຽງມີ 53 ສະຖານນີ ໂທລະພາບມີ 37 ສະຖານີ . ນອກ​ນັ້ນ ລາວ ກຳລັງກໍ່ສ້າງສະຖານີຖ່າຍທອດວິທະຍຸກະຈາຍສຽງ-​ໂທລະພາບຢູ່ເມືອງໄຊແຂວງອຸດົມໄຊ ດ້ວຍທຶນຊ່ວຍເຫລືອ
ລ້າຈາກ ສສ ຫວຽດນາມ ​ແລະ ຄາດ​ວ່າ​ຈະ​ກໍ່ສ້າງສຳເລັດໃນປີ 2014 ຕັ້ງຫນ້າປະກອບສ່ວນ ໂຄສະນາເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ, ລະບຽບກົດຫມາຍ, ແຜນພັດທະນາເສດຖະກິດ - ສັງຄົມ ແລະ ໂຄສະນາເຫດການປະຫວັດສາດຂອງພັກ, ຊາດແລະສາກົນດ້ວຍຜົນສຳເລັດອັນຈົບງາມ. ບັນດາ​ອົງການ​ສື່​ມວນ​ຊົນ​ຂອງ​ລາວ ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ສ້າງ​ບັນດາ​ຫນ້າ​ເວັບ​ໄຊ, ສະຫນອງ​ບໍລິການ​ຂໍ້​ມູນ​ຂ່າວສານ​ຫລາຍ​ປະ​ເພດ​. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ບໍ​ແສງ​ຄຳ ວົງ​ດາລາ, ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໄດ້​ຮຽກຮ້ອງ​ໃຫ້​ຂະ​ແຫນງ​ສື່​ມວນຊົນ ​ແລະ ການ​ພິມ​ຈຳຫນ່າບ ຈົ່ງ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ພັດທະນາ​ຢ່າງ​ເຂັ້ມ​ແຂງ ​ແລະ ທັນ​ສະ​ໄຫມ, ທັດ​    ທຽ​ມກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຂອງ​ໂລກ.

ຂ່າວ/ບົດ​ອື່ນ