ສປປ.ເກົາຫຼີ ກ່າວເຕືອນວິວັດທະນາການປອດນິວເຄຼຍ ອາດຈະຢຸດຕິຖາວອນ

(VOVWORLD) - ວັນທີ 16 ທັນວາ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ອອກຖະແຫຼງການຕຳໜິຕິຕຽນ ອາເມລິກາ ທີ່ໄດ້ເພີ່ມບັນດາມາດຕະການລົງໂທດສຳລັບປະເທດນີ້.

ພຽງຢາງ ດ້ານໜຶ່ງໄດ້ສະແດງຄວາມເຊື່ອໝັ້ນຕໍ່ “ເຈດຈຳນົງ” ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແນໃສ່ປັບປຸງການພົວພັນກັບ ສປປ.ເກົາຫຼີ, ແຕ່ພັດກ່າວຫາກະຊວງການຕ່າງປະເທດ ອາເມລິກາ ພວມນຳການພົວພັນລະຫວ່າງ ສປປ.ເກົາຫຼີ -  ອາເມລິກາ ກັບຄືນສູ່ສະພາບການສູ້ຢັນກັນ. ສປປ.ເກົາຫຼີ ກ່າວເຕືອນວ່າ ຖ້າຫາກ ອາເມລິກາ ຖືວ່າ: ເລື່ອງເພີ່ມທະວີກຳລັງກົດດັນ ແລະ ບັນດາມາດຕະການລົງໂທດ ຈະບັງຄັບໃຫ້ ພຽງຢາງ ຕ້ອງປະລະໂຄງການອາວຸດນິວເຄຼຍນັ້ນ, ແມ່ນຜິດພາດທີ່ສຸດ ແລະ ສິ່ງດັ່ງກ່າວ ຈະເຮັດໃຫ້ຢຸດຕິວິວັດທະນາການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ໂດຍຖາວອນ, ເຊິ່ງແມ່ນໝາກຜົນທີ່ບໍ່ມີໃຜປາດຖະໜາ.

        ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 16 ທັນວາ, ບັນດາເຈົ້າໜ້າທີ່ ອາເມລິກາ ໃຫ້ຮູ້ວ່າ: ທ່ານ Stephen Biegun ທູດພິເສດຮັບຜິດຊອບນະໂຍບາຍ ສປປ.ເກົາຫຼີ ຂຶ້ນກັບກະຊວງການຕ່າງປະເທດ ອາເມລິກາ ຈະໄປຢ້ຽມຢາມ ສ.ເກົາຫຼີ ໃນອາທິດນີ້ ເພື່ອແນໃສ່ຊອກຫາວິທີແກ້ໄຂການເຈລະຈາປອດນິວເຄຼຍ ທີ່ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ