ສ​ປ​ປ.ເກົາຫຼີ ຕີ​ລາ​ຄາ​ກ່ຽວ​ກັບ​ແງ່​ຫວັງ​ໃນການ​ສ້າງການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ

(VOVWORLD) -ວັນທີ 8 ພະຈິກ, ທ່ານ O Chol-su ຫົວໜ້າກົມອາເມລິກາເໜືອຂຶ້ນກັບກະຊວງການຕ່າງປະເທດ ສປປ.ເກົາຫຼີ ຖືວ່າ ໂອກາດເພື່ອສ້າງການພົວພັນລະຫວ່າງປະເທດນີ້ກັບ ອາເມລິການັບໃຫ້ເປັນປົກກະຕິແມ່ນມື້ນັບຖືກຮັດແຄບເຂົ້າ, ພ້ອມທັງໃຫ້ຮູ້ວ່າ ພຽງຢາງພວມລໍຄອຍບັນດາການກະທຳຂອງ ວໍຊິງຕັນໃນທ້າຍປີນີ້.

ສ​ປ​ປ.ເກົາຫຼີ ຕີ​ລາ​ຄາ​ກ່ຽວ​ກັບ​ແງ່​ຫວັງ​ໃນການ​ສ້າງການ​ພົວ​ພັນ​ກັບ​ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ - ảnh 1ທ່ານ O Chol-su ຫົວໜ້າກົມອາເມລິກາເໜືອຂຶ້ນກັບກະຊວງການຕ່າງປະເທດ ສປປ.ເກົາຫຼີ

(ພາບ: Kyodo/TTXVN

ກ່າວຄຳເຫັນຕໍ່ວົງການນັກຂ່າວເມື່ອເຂົ້າຮ່ວມກອງປະຊຸມບໍ່ແຜ່ຂະຫຍາຍອາວຸດນິວເຄຼຍຢູ່ນະຄອນຫຼວງມົດສະກູຂອງ ລັດເຊຍ, ທ່ານ Jo Chol –su ເນັ້ນໜັກວ່າ ຝ່າຍ ສປປ.ເກົາຫຼີ ໄດ້ສະຫງວນເວລາໃຫ້ແກ່ອາເມລິກາຫຼາຍແລ້ວ ແລະ ປະເທດນີ້ພວມລໍຄອຍຄຳຕອບໃນທ້າຍປີນີ້. ກ່ອນໜ້ານັ້ນ, ທ່ານ Jo Chol –su ໄດ້ມີການພົບປະກັບ ທ່ານ  Mark Lambert ທູດພິເສດຂອງອາເມລິກາຮັບຜິດຊອບກ່ຽວກັບບັນຫາສປປ.ເກົາຫຼີຢູ່ນອກກອງປະຊຸມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ