ສປປ.ເກົາຫຼີ ຢືນຢັນການເຈລະຈາກັບ ອາເມລິກາ ໃນຈຸດເວລາເໝາະສົມ

(VOVWORLD) -ສປປ.ເກົາຫຼີ ພ້ອມແລ້ວທີ່ຈະດຳເນີນການເຈລະຈາກັບ ອາເມລິກາ “ໃນບັນດາເງື່ອນໄຂທີ່ເໝາະສົມ” 
ສປປ.ເກົາຫຼີ ຢືນຢັນການເຈລະຈາກັບ ອາເມລິກາ ໃນຈຸດເວລາເໝາະສົມ - ảnh 1 (ພາບປະກອບ)

ນີ້ແມ່ນຄຳຢືນຢັນຂອງທ່ານນາງ Choe Son-hui ຫົວໜ້າກົມ ອາເມລິກາເໜືອຂຶ້ນກັບກະຊວງການຕ່າງປະເທດ ສປປ.ເກົາຫຼີ ຊື່ງໄດ້ຍົກອອກມາໃນວັນທີ 13 ພຶດສະພາ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນຫລວງ ບັກກີງ ຂອງປະເທດ ຈີນ, ທ່ານນາງ Choe Son-hui ເນັ້ນໜັກວ່າ ພຽງຢາງ ຈະຊັງຊາບັນດາເງື່ອນໄຂເໝາະສົມ ເພື່ອເຈລະຈາກັບອຳນາດການປົກຄອງ ວໍຊິງຕັນ ຂອງປະທານາທິບໍດີ Donald Trump.

        ຕາມບັນດາແຫຼ່ງຂ່າວການຕ່າງປະເທດຂອງ ສ.ເກົາຫຼີ, ຫົວໜ້າກົມອາເມລິກາເໜືອກະຊວງການຕ່າງປະເທດ ສປປ.ເກົາຫຼີ ນຳໜ້າຄະນະປະຕິບັດງານຂອງປະເທດນີ້ ໃນການປະຊຸມກັບກຸ່ມນັກຊ່ຽວຊານຂອງ ອາເມລິກາ ໃນໄລຍະມໍ່ໆມານີ້ຢູ່ Oslo ປະເທດ ນອກແວ.

 

ຕອບກັບ

ຂ່າວ/ບົດ​ອື່ນ