ສປປ.ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ບໍ່ປະໃຫ້ ອາເມລິກາ ແຊກແຊງເຂົ້າການພົວພັນລະຫວ່າງ 2 ປະເທດ

(VOVWORLD) - ສປປ.ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ຕ້ານຄືນກົມອຸບາຍຂອງ ອາເມລິກາ ທີ່ສວຍໃຊ້ບັນຫານິວເຄຼຍຂອງ ພຽງຢາງ ເປັນຂໍ້ອ້າງອີງເພື່ອກີດຂວາງເລື່ອງປັບປຸງການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ
ສປປ.ເກົາຫຼີ ຮຽກຮ້ອງ ສ.ເກົາຫຼີ ບໍ່ປະໃຫ້ ອາເມລິກາ ແຊກແຊງເຂົ້າການພົວພັນລະຫວ່າງ 2 ປະເທດ - ảnh 1ປະທານາທິບໍດີ ສ.ເກົາຫຼີ  Moon Jae-in ພົບປະກອບປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP/TTXVN)

ໜັງສືພິມລາຍວັນ Rodong Sinmun ສຽງຂອງພັກແຮງງານ ສປປ.ເກົາຫຼີ ສະບັບອອກວັນທີ 02 ກໍລະກົດ ລົງພິມບົດນຳທີ່ຖືວ່າ ວົງການເຈົ້າໜ້າທີ່ຢູ່ Seoul ຄວນຮັກສາຫຼັກໝັ້ນເອກະລາດ ແລະ ຢຸດຕິການແຊກແຊງຂອງ ອາເມລິກາ ເຂົ້າບັນຫາທ້ອນໂຮມປະເທດຊາດເປັນເອກະພາບຄືນໃໝ່. ບົດນຳເນັ້ນໜັກວ່າ ອາເມລິກາ ບໍ່ມີເຫດຜົນໃດເພື່ອແຊກແຊງເຂົ້າການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ກໍ່ຄືບັນຫາທ້ອນໂຮມປະເທດຊາດເປັນເອກະພາບຄືນໃໝ່ ດ້ວຍຂໍ້ອ້າງ “ໄພນາບຂູ່ນິວເຄຼຍ” ຂອງ ສປປ.ເກົາຫຼີ.

 

ຕອບກັບ

ຂ່າວ/ບົດ​ອື່ນ