ສປປ.ເກົາຫຼີ ຮຽກຮ້ອງໃຫ້ ສ.ເກົາຫຼີ ສະແດງຫຼັກໝັ້ນກ່ຽວກັບເຂດອຸດສາຫະກຳ Kaesong ຢ່າງຈະແຈ້ງ

ສປປ.ເກົາຫຼີ ຮຽກຮ້ອງໃຫ້ ສ.ເກົາຫຼີ ສະແດງຫຼັກໝັ້ນກ່ຽວກັບເຂດອຸດສາຫະກຳ Kaesong ຢ່າງຈະແຈ້ງ - ảnh 1
ເຂດ​ອຸດສາຫະກຳຮ່ວມ Kaesong
(ພາບ: Reuters)


(vovworld) -  ວັນ​ທີ 20/05, ສປປ​.ເກົາຫຼີ ​ໄດ້​ກະຕຸກ​ຊຸກ​ຍູ້ ສ.​ເກົາຫຼີ ສະ​ແດງ​ຫຼັກ​ໝັ້ນ​ກ່ຽວ​ກັບ​ອະນາຄົດ​ຂອງເຂດ​ອຸດສາຫະກຳຮ່ວມ Kaesong ຢ່າງ​ຈະ​ແຈ້ງ, ​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ພຽງ​​ອັນ​ດຽວ​ລະຫວ່າງ 2 ພາກ​ເກົາຫຼີ ​ໃນ​ຫຼາຍ​ປີ​ມາ​ນີ້ ​ແຕ່​ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ແຕ່​ວັນ​ທີ 03/04 ຍ້ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ 2 ປະ​ເທດ. ຄຳ​ຖະ​ແຫຼ​ງຂອງ​ກົມ​ໃຫຍ່​ຊີ້​ນຳ​ການພັດທະນາ​ເຂດ​ອຸດສາຫະກຳ​ພິ​ເສດ​ຂອງ​ປະ​ເທດ​ນີ້​ໃຫ້​ຮູ້​ວ່າ ພຽງ​ຢາງ ຈະ​ມີ​ບາດ​ກ້າວ​ເດີນ​ທີ່​ເໝາະ​ສົມ​ໂດຍ​ອີງ​ໃສ່​ຄຳ​ຕອບ​ຂອງ ​ເຊີ​ອຸນ ກ່ຽວ​ກັບ “ບັນດາ​ບັນ​ຫາ​ຫຼັກ​ແຫຼ່ງ”, ​ໃນ​ນັ້ນ​ມີ​ເລື່ອງ ສ.​ເກົາຫຼີ ຕ້ອງ​ຢຸ​ດທຸກ​ການ​ຊ້ອມ​ຮົບ​ຮ່ວມ​ກັບ​ອາ​ເມ​ລິ​ກາ ​ເຊິ່ງ​ໄດ້​ຖືກ​ຖື​ວ່າແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ໃຫ້​ແຫ່​ການ​ເປີດ​ປະຕູ​ເຂດ​ອຸດສາຫະກຳ Kaesong ຄື​ນ​ໃໝ່. ຄຳ​ຖະ​ແຫຼ​ງກໍ​ຊີ້​ແຈ້ງວ່າ, ຖ້າ​ຫາກ​ຢາກ​ຫັນ​ການ​ເຄື່ອນ​ໄຫວ​ຢູ່​ເຂດອຸດສາຫະກຳ Kaesong ເປັນ​ປົກກະຕິ, ​ເຊີ​ອຸນ ຕ້ອງ​ຢຸດຕິ​ບັນດາ​ຖະ​ແຫຼງການ​ທີ່​ເປັນ​ປໍ​ລະ​ປັກ ​ແລະ ການ​ເຄື່ອນ​ໄຫວ​ສູ້​ຢັນຕ່າງໆ​ກັບ​ພຽງ​ຢາງ, ພ້ອມ​ກັນ​ນັ້ນ, ບໍ່​ສືບ​ຕໍ່​ທ່ວງ​ໃຫ້​ດຳ​ເນິນ​ການ​ເຈລະຈາ​ກ່ຽວ​ກັບ​ບັນດາ​ບັນ​ຫາ​ທີ່​ບໍ່​ຈຳ​ເປັນ.

ຂ່າວ/ບົດ​ອື່ນ