ສປປ.ເກົາຫຼີຍົກສູງກຳລັງຄວາມສາມາດດ້ານນິວເຄຼຍ

ສປປ.ເກົາຫຼີຍົກສູງກຳລັງຄວາມສາມາດດ້ານນິວເຄຼຍ - ảnh 1
(ພາ​ບ​ປະ​ກອບ: EPA/TTXVN)

(vovworld) - ​ວັນ​ທີ 06/05, ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ພັກ​ແຮງ​ງານ​ສ​ປ​ປ.ເກົາ​ຫຼີ, ການ​ນຳ​ປະ​ເທດນ​ີ້​ທ່ານ Kim Jong Un ເນັ້ນ​ໜັກ​ວ່າ, ການ​ທົດ​ລອງ​ນິວ​ເຄຼຍ​ຄັ້ງ​ທີ 4 ຂອງ​ປະ​ເທດນີ້​ເມື່ອຕົ້ນ​ເດືອນ 01 ຜ່ານ​ມາ ແລະ ການ​ຍິງ​ດາວ​ທຽມ​ຂຶ້ນວົງ​ໂຄ​ຈອນໃນ​ເດືອນ 02 ນັ້ນ ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ “ກຳ​ລັງ​ຄວາມ​ສາມາດ ແລະ ທີ່​ຕັ້ງ​ແຫ່ງ​ຊາດ” ຢ່າງ​ຈະ​ແຈ້ງທີ່​ສຸດ. ໃນ​ບົດ​ກ່າວ​ປາ​ໄສ​ເປັນ​ເວ​ລາ 15 ນາ​ທີ່, ການ​ນຳ​​ຜູ້ນີ້​ກໍ​ເວົ້າ​ວ່າ, ສ​ປ​ປ.ເກົາ​ຫຼີ ຫາ​ກໍ​ມີ​ບາດ​ກ້າວ​ຢ່າງ​ເຂັ້ມ​ແຂງ ເພື່ອ​ມຸ່ງ​ໄປ​ເຖິງ​ການກໍ່​ສ້າງ​ປະ​ເທດ​ໃຫ​້​ຮັ່ງ​ມີ, ສວຍ​ງາມ, ຍ້ອນ​​ອີ່ງ​ໃສ່ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ການ​ອອກ​ແຮງ​ງານ​ຢ່າງດ​ູ​ໝັ້ນ​ຂອງ​ບັນ​ດາ​ເຈ​ົ້າ​ໜ້າ​ທີ່​​ຂອງລັດ​ ກໍ​ຄື​ປະ​ຊາ​ຊົນ​ທຸ​ກ​ຊັ້ນ​ວັນ​ນະ.

        ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ພັກ​ແຮງ​ງານ​ສ​ປ​ປ.ເກົາ​ຫຼີ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 06/05, ຢູ່​ນະ​ຄອນ​ຫຼວງ​ພຽງ​ຢາງ, ຄາດ​ວ່າ​ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ເຫດ​ການ​ສຳ​ຄັນ​ຂອງ​ສ​ປ​ປ.ເກົາ​ຫຼີ, ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ​ຂອງທົ່ວ​ປວງ​ຊົນ.

ຂ່າວ/ບົດ​ອື່ນ