ສປປ.ເກົາຫຼີຍິງລູກສອນໄຟໄລຍະສັ້ນ16ລູກ
ສປປ ເກົາຫຼີ ຍິງທົດລອງລູກສອນໄຟໄລຍະສັ້ນ 16 ລູກຈາກແຄມທະເລທິດຕາເວັນອອກສ່ຽງໃຕ້ຂອງປະເທດນີ້ອອກສູ່ທະເລ
(ພາບ: REUTERS/Lee Jong-kun/Yonhap)
(vovworld) – ໂຄສົກກະຊວງປ້ອງກັນປະເທດ ສ. ເກົາຫຼີ ໃຫ້ຮູ້ເມື່ອວັນທີ 23/3 ວ່າ, ສປປ ເກົາຫຼີ ຍິງທົດລອງລູກສອນໄຟໄລຍະສັ້ນ 16 ລູກຈາກແຄມທະເລທິດຕາເວັນອອກສ່ຽງໃຕ້ຂອງປະເທດນີ້ອອກສູ່ທະເລ. ນີ້ແມ່ນວັນທີ 2 ຢ່າງລຽນຕິດທີ່ ສປປ ເກົາຫຼີ ຍິງທົດລອງລູກສອນໄຟໄລຍະສັ້ນ. ບັນດາລູກສອນໄຟດັ່ງກ່າວຖືກຍິງໃນເວລາແຕ່ 1 ຫາ 2 ໂມງ 30 ນາທີວັນທີ 23/3 (ຕາມເວລາທ້ອງຖີ່ນ). ກ່ອນໜ້ານັ້ນ, ກໍ່ຢູ່ສະຖານທີ່ດຽວກັນ, ສປປ ເກົາຫຼີ ໄດ້ຍິງທົດລອງລູກສອນໄຟໄລຍະສັ້ນ 30 ລູກໃນວັນທີ 22/3 ພາຍຫຼັງທີ່ຍິງ 25 ລູກເມື່ອວັນທີ 16/3, ທັງໝົດເຫຼົ່ານັ້ນໄດ້ຮັບຖືວ່າແມ່ນລູກສອນໄຟ Frog.
ພຽງຢາງ ຖະແຫຼງວ່າ ເລື່ອງ ສປປ ເກົາຫຼີ ດຳເນີນບັນດາການຍິງທົດລອງລູກສອນໄຟໄລຍະສັ້ນຢ່າງລຽນຕິດນັ້ນແມ່ນການຝຶກອົບຮົມເປັນປົກກະຕິຂອງກອງທັບ ສປປ ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ການຍິງລູກສອນໄຟຢ່າງຕໍ່ເນື່ອງໃນໄລຍະມໍ່ໆນີ້ຂອງ ສປປ ເກົາຫຼີ ເຮັດໃຫ້ ເຊີອູນ ແລະ ວໍຊິງຕັນ ມີຄວາມວິຕົກວັງວົນ ແລະ ຖືນີ້ແມ່ນການ “ເຄື່ອນໄຫວເກາະຜິດ” ເພື່ອຄັດຄ້ານບັນດາການຊ້ອມຮົບຮ່ວມ ສ ເກົາຫຼີ ແລະ ອາເມລິກາ. ສ ເກົາຫຼີ ແລະ ອາເມລິກາ ລ້ວນແຕ່ຮຽກຮ້ອງ ພຽງຢາງ ຢຸດຕິ “ບັນດາການເຄື່ອນໄຫວຍິງລູກສອນໄຟທີ່ມີລັກສະນະເກາະຜິດ” ນີ້.