ສປປເກົາຫຼີຖອນກຳມະ ກອນທັງໝົດອອກຈາກ ເຂດອຸດສາຫະກຳ Keasong

ສປປເກົາຫຼີຖອນກຳມະ ກອນທັງໝົດອອກຈາກ ເຂດອຸດສາຫະກຳ Keasong - ảnh 1
ເຂດ​ອຸດສາຫະກຳ Keasong

(ພາບ: hanoimoi.com.vn)

(vovworld)- ​ວັນ​ທີ 8/4, ສຳນັກ​ຂ່າວສານ​ສູນ​ກາງ​ເກົາຫຼີ KCNA ​ໄດ້​ຄັດ​ສະ​ເໜີ​ຄຳ​ຖະ​ແຫຼ​ງ​ຂອງ​ທ່ານ Kim Yang Gon ​ເລຂາ​ສູນ​ກາງ​ພັກ​ແຮງ​ງານ​ເກົາ​ຫຼີ, ​ໃນ​ນັ້ນ​ແຈ້ງ​ໃຫ້​ຊາບ​ວ່າ​ພຽງ​ຢາງ​ ຈະ​ຖອນ​ກຳມະກອນ​ທັງ​ໝົດ​ຂອງ​ປະ​ເທດ​ນີ້ ອອກ​ຈາກ​ເຂດ​ອຸດສາຫະກຳ​ລວມ Keasong. ຄຳ​ປະກາດ​ຊີ້​ແຈງ​ວ່າ: ​ເຂ​ດອຸດສາຫະກຳ​ລວມ Keasong ຈະຢຸດຕິ​ການ​ເຄື່ອ​ນ​ໄຫວ​ໂດຍ​ຊົ່ວຄາວ. ​ໃນ​ວັນ​ດຽວ​ກັນ, ກະຊວງ​ປ້ອງ​ກັນ​ປະ​ເທດ ສ​ເກົາຫຼີ ຢືນຢັນ​ວ່າ: ​ບໍ່ມີສັນຍານ​ໃໝ່​ສະ​ແດງ​ໃຫ້​ເຫັນ​ວ່າ ສປປ​ເກົາຫຼີ​ ພວມ​ກະກຽມ​ການ​ຍິງທົດລອງ​ນິວ​ເຄຼຍຄັ້ງທີ 4.

   ກ່ຽວ​ຂ້ອງ​ເຖິງສປປ​ເກົາຫຼີ ຍັງ​ມີ​ຂ່າວ​ວ່າ: ວັນ​ທີ 8/4, ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ​ບານ​ກີ​ມູນ, ​ເລຂາທິການ​ໃຫ່ຍ ສປຊ ​ໄດ້​ຊຸກຍູ້​ພຽງ​ຢາງ ຈົ່ງ​ລະງັບ​ “ທຸກໆ​ການ​ກະທຳ​​ທີ່​ພາ​ໃຫ້ເພີ່ມຄວາມ​ເຄັ່ງ​ຕຶງ“. ​ໃນ​ຂະນະ​ນັ້ນ, ທ່ານ​ປະທານາທິບໍດີ​ລັດ​ເຊຍ V.Putin ​ໄດ້​ຊົມ​ເຊີຍ​ຂໍ້​ຕົກລົງ​ຂອງ​ອາ​ເມ​ລິ​ກາ ຢຸດຕິ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິຖີ ​ເພື່ອ​ແນ​ໃສ່​ຫລີກ​ເວັ້ນບໍ່​ໃຫ້ຄວາມ​ເຄັ່ງ​ຕຶງ​​ກັບ ສປປ ​ເກົາຫຼີ ນັບ​ມື້​ນັບ​ເພີ່ມ​ຂຶ້ນ.

ຂ່າວ/ບົດ​ອື່ນ