ສປປ.ເກົາຫຼີປາດຖະໜາຢາກມີສັນຕິພາບແລະຊຸກຍູ້ການພົວພັນກັບອາເມລິກາ

(VOVWORLD) -ຖ້າຫາກອາເມລິກາ ຕອບສະໜອງຄວາມມານະພະຍາຍາມຂອງພຽງຢາງ ກ່ຽວກັບການປອດນິວເຄຼຍ ດ້ວຍບັນດາມາດຕະການທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີການກະທຳທີ່ແທດຈິງນັ້ນ, ການພົວພັນ 2 ຝ່າຍຈະພັດທະນາດ້ວຍລະດັບໄວທີ່ສຸດ.

ນີ້ແມ່ນຄຳຖະແຫຼງຂອງທ່ານເອກອັກຄະລັດຖະທູດສປປ.ເກົາຫຼີ Han Tae Song ປະຈຳສະຫະປະຊາຊາດເຊິ່ງໄດ້ຍົກອອກມາໃນວັນທີ 29 ມັງກອນ, ທີ່ກອງປະຊຸມຫຼຸດຜ່ອນກຳລັງທັບ ໂດຍສະຫະປະຊາຊາດອຸປະຖຳ.

        ທ່ານເອກອັກຄະລັດຖະທູດ Han Tae Song ໃຫ້ຮູ້ວ່າ, ປະເທດນີ້ໄດ້ຜັນຂະຫຍາຍບັນດາມາດຕະການແທດຈິງ ຕາມບັນດາສິ່ງທີ່ຝ່າຍ ສປປ.ເກົາຫຼີ ໃຫ້ຄຳໝັ້ນສັນຍາໃນຖະແຫຼງການຮ່ວມຂອງການພົບປະສຸດຍອດລະຫວ່າງສປປ.ເກົາຫຼີ - ອາເມລິກາ, ຕາມນັ້ນແລ້ວ ຈະບໍ່ຜະລິດ ແລະ ທົດລອງອາວຸດນິວເຄຼຍ ກໍຄືບໍ່ນຳໃຊ້ ແລະ ແຜ່ຂະຫຍາຍອາວຸດນິວເຄຼຍ.

        ເຈົ້າໜ້າທີ່ການທູດຂອງສປປ.ເກົາຫຼີ ເນັ້ນໜັກວ່າ, ສປປ.ເກົາຫຼີ ຈະສືບຕໍ່ມານະພະຍາຍາມເພື່ອສ້າງຕັ້ງກົນໄກສັນຕິພາບຢ່າງຍາວນານ ແລະ ມີສະຖຽນລະພາບຢູ່ແຫຼມເກົາຫຼີ, ພ້ອມກັນນັ້ນກໍ່ໃຫ້ຮູ້ວ່າ, ທ່ານບໍ່ມີຂໍ້ມູນຂ່າວໃດກ່ຽວກັບຄວາມສາມາດອາດຈະດຳເນີນການພົບປະສຸດຍອດລະຫວ່າງ ສ.ເກົາຫຼີ  - ອາເມລິກາ ຄັ້ງທີ 2.

ຕອບກັບ

ຂ່າວ/ບົດ​ອື່ນ