ສປປ.ເກົາຫຼີສະເໜີການຈັດຕັ້ງກອງປະຊຸມລະຫວ່າງສປປ.ເກົາຫຼີແລະສ.ເກົາຫຼີກ່ຽວກັບການສ້າງຄວາມເປັນເອກະພາບຄືນໃໝ່

ສປປ.ເກົາຫຼີສະເໜີການຈັດຕັ້ງກອງປະຊຸມລະຫວ່າງສປປ.ເກົາຫຼີແລະສ.ເກົາຫຼີກ່ຽວກັບການສ້າງຄວາມເປັນເອກະພາບຄືນໃໝ່ - ảnh 1
ນາຍົກລັດຖະມົນຕີ ສ ເກົາຫຼີ
(ພາບ:ສຳນັກຂ່າວສານ ຫວຽດນາມ)

(vovworld) – ວັນ​ທີ 27/6, ສປປ ​ເກົາຫຼີ ​ໄດ້ສະ​ເໜີ​ຈັດ​ຕັ້ງ​ກອງ​ປະຊຸມ​ກັບ ສ. ​ເກົາຫຼີ ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ຄວາມ​ເປັນເອກະ​ພາບ ​ແລະ ສັນຕິພາບ​ໃນ​ແຫຼມ ​ເກົາຫຼີ ຄືນ​ໃໝ່. ຕາມ​ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (KCNA) ​ແລ້ວ, ຂໍ້​ສະ​ເໜີ​ດ່ັງກ່າວ​ໄດ້​ຍົກ​ອອກ​ມາ​ໃນ​ຈົດໝາຍ​ຝາກ​ເຖິງ​ເຈົ້າ​ໜ້າ​ທີ່ ສ. ​ເກົາຫຼີ. ຕາ​​ມນັ້ນ​ແລ້ວ, ພຽງ​ຢາງ ສະ​ເໜີ​ຈັດ​ຕັ້ງ​ການ​ພົບ​ປະ​ໃນ​ວັນ​ທີ 15/8 ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງ ພຽງ​ຢາງ ຫຼື ນະຄອນ​ຊາຍ​ແດນ Kaesong ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ​ບັນດາ​ພັກ​ຝ່າຍ​ການ​ເມືອງ, ບັນດາ​ອົງການ, ​ເຈົ້າ​ໜ້າ​ທີ່ ສປປ ​ເກົາຫຼີ, ສ. ​ເກົາຫຼີ ​ແລະ ຕ່າງປະ​ເທດ. ຄຽງ​ຄູ່​ກັນ​ນັ້ນ, ສປປ ​ເກົາຫຼີ ກໍ່​ສະ​ເໜີ​ການ​ຕິດ​ຕໍ່​ພົວພັນ​ຂັ້ນ​ນັກ​ຊ່ຽວຊານ​ເພື່ອ​ປືກສາ​ຫາລື​ເລື່ອ​ງສ​້າງຕັ້ງ​ກຳມາ​ທິການ​ກະກຽມລວມ​ໃຫ້​ແກ່​ກອງ​ປະຊຸມ​ຢູ່​ສະຖານ​ທີ່​ດັ່ງກ່າວ.


ຂ່າວ/ບົດ​ອື່ນ