ສປປ.ເກົາຫຼີສ້າງຕັ້ງກົມກອງລູກສອນໄຟນຳວິຖີໃໝ່

ສປປ.ເກົາຫຼີສ້າງຕັ້ງກົມກອງລູກສອນໄຟນຳວິຖີໃໝ່ - ảnh 1
(ພາບ​ປະ​ກອບ: USNI)

(vovworld) –​ ວັນ​ທີ 14/02, ລັດ​ຖະ​ບານ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ສ​ປ​ປ.ເກົາ​ຫຼີ ໄດ້​ສ້າງ​ຕັ້ງ​ກົມ​ກອງ​ທະ​ຫານ​ທີ່​ມີ​ຊື່ວ​່າ ກອງ​ພົນ​ນ້ອຍ KN – 08 ເພື່ອ​ຜັນ​ຂະ​ຫຍາຍ​ລູກ​ສອນ​ໄຟ​ນຳ​ວິ​ຖີ​​ເຄືອນ​ທີ​ລະ​ຫວ່າງ​ທະ​ວີບ​ທາງ​ບົກ. ເລື່ອງ​ສ້າງ​ຕັ້ງ​ກົມ​ກອງ​ໃໝ່​ດ​ັ່ງ​ກ່າວ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ພຽງ​ຢາງ ພວມ​ຄ່ອຍໆ​ກ້າວ​ໄປ​ເຖິງ​ການ​ຜັນ​ຂ​ະ​ຫຍາຍ​ອາ​ວຸດ​ດັ່ງ​ກ່າວ​ໃນ​ອະ​ນາ​ຄົດ. ໃນ​ອາ​ທິດ​ກ່ອນ, ຫົວ​ໜ້າອົງ​ການ​ສືບ​ລາ​ຊະ​ການ​ລັບ​ອາ​ເມ​ລິ​ກາ James Clapper ຢືນ​ຢັນ​ວ່າ, ສ​ປ​ປ.ເກົາ​ຫຼີ ໄດ້​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ເບື້ອງ​ຕົ້ນ ຕາມ​ທິດ​ຜັນ​ຂະ​ຫຍາຍ​ລູກ​ສອນ​ໄ​ຟ KN – 08, ອາ​ວຸດ​ປະ​ເພດນີ້​ໄດ້​ຮັບ​ຖື​ວ່າ ສາ​ມາດ​ຍິງ​ດ້​ວຍ​ໄລ​ຍະ​ສັ້ນ​ທີ່​ສຸດ​ແມ່ນ 10.000 ກ.ມ.

ຂ່າວ/ບົດ​ອື່ນ