ສື່ມວນຊົນກູບາສືບຕໍ່ລົງພິມຮູບພາບທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະກັບຜູ້ນຳກູບາFidel Castro

ສື່ມວນຊົນກູບາສືບຕໍ່ລົງພິມຮູບພາບທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບປະກັບຜູ້ນຳກູບາFidel Castro - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງພົບ​ປະກັບ
ຜູ້ນຳ Fidel Castro
ພາບ:internet


(vovworld)-ຂ່າວ​ແລະ​ຮູບ​ພາບກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​າຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໃນ​ການ​ຢ້ຽມຢາມ ກູ​ບາ ​ແຕ່​ວັນ​ທີ 26-28/3 ສືບ​ຕໍ່​ໄດ້​ລົງ​ພິມ​ໃນ​ຫນ້າ​ທຳ​ອິດ​ບັນດາ​ຫນັງສືພິມ​ສຳຄັນ​ຂອງ​ກູ​ບາ​​ສະບັບອອກ​ວັນ​ທີ 28/3. ຫນັງສື ພິມ Granma ອົງການ​ກະບອກ​ສຽງ​ຂອງ​ພັກ​ກອມ​ມູນິດ ກູ​ບາ ​ແລະ ຫນັງສືພິມ Juventud Rebelde ​ໄດ້​ລົງ​ພິມ​ບັນດາ​ຮູບ​ພາບ​ກ່ຽວ​ກັບ​ການ​ພົບ​ປະລະ​ຫວ່າງ​ຜູ້ນຳ Fidel Castro ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ. ນອກ​ນັ້ນ, ຂ່າວ ​ແລະ ພາບ​ກ່ຽວ​ກັບ​ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ກູ​ບາ Raul Castro ຕ້ອນຮັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ລ້ວນ​ແຕ່​ໄດ້​ລົງ​ພິມ​ໃນ​ຫນ້າ​ທຳ​ອິດ, ​ໃນ​ນັ້ນ ​ເນັ້ນ​ຫນັກ​ເຖິງ​ຄວາມ​ປາດ​ຖະຫນາ​ຂອງ​ການ​ນຳ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ສືບ​ຕໍ່​ແລກປ່ຽນ, ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ບັນດາ​ບັນຫາ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຊື່​ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ