ສື່ມວນຊົນກູບາສືບຕໍ່ໃຫ້ ຂ່າວກ່ຽວກັບການຢ້ຽມຢາມ ຂອງນາຍົກລັດຖະມົນຕີ ຫງວຽນເຕິນຢຸງ


ສື່ມວນຊົນກູບາສືບຕໍ່ໃຫ້ ຂ່າວກ່ຽວກັບການຢ້ຽມຢາມ ຂອງນາຍົກລັດຖະມົນຕີ ຫງວຽນເຕິນຢຸງ - ảnh 1

ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ແລະ ປຊຊ ນະຄອນຫຼວງ​ລາ​ຮາ​ວານ

(ພາບ: Đức Tám/TTXVN)

 (vovworld)- ວັນ​ທີ 27/3, ໜັງສືພິມ Gramma ສຽງ​ຂອງ​ພັກ​ກອມ​ມູນິດ​ກູ​ບາ ​ແລະ ໜັງສືພິມ “ຊາວ​ໜຸ່ມ​ລຸກ​ຮຶ້ຂຶ້ນ“ ສຽງ​ຂອງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ກູ​ບາ ລ້ວນ​ແຕ່​ໃຫ້​ຂ່າວການ​ນຳ​ກູ​ບາ Fidel Castro ​ໃຫ້​ການ​ຕ້ອນຮັບ​ ​ແລະ ​ໂອ້​ລົມ​ກັບ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ຢ່າງ​ສະໜິດສະໜົມ​​ໃນ​ໜ້າ​ທຳ​ອິດ.

  ໜັງສືພິມ​ຕ່າງໆ​ໄດ້​ຊີ້​ແຈ້ງວ່າ, ​ໃນ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ ​ແລະ ມິດຕະພາບ​ຖານ​ອ້າຍ​ນ້ອງ ​ແລະ ຄວາມ​ເຂົ້າອົດ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສາຍ​ພົວພັນ​ປະຫວັດສາດ​ລະຫວ່າງ​ຫວຽດນາມ-​ກູ​ບາ ກໍ່​ຄືບົດຮຽນ​ຂອງ​ສອງ​ປະ​ເທດ​ໃນ​ການ​ພັດທະນາ​ເສດຖະກິດ-​ສັງຄົມ. ໜັງສືພິມ Gramma ​ໄດ້​ລົງ​ພິມ​ຊີວະ​ປະຫວັດ​ຫຍໍ້​ຂອງທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ພ້ອມ​ກັບ​ຂ່າວ ​ແລະ ພາບ​ການ​ພົບ​ປະ, ​ເຮັດ​ວຽກ​ລະຫວ່າງທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ​ນຢຸງ ​ແລະ ທ່ານ​ຮອງ​ປະທານ​ຜູ້​ທີ 1 ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ​ກູ​ບາ Miguel Dias Canel ​ແລະ ການ​ພົບ​ປະ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ບາ Esteban Lazo Hernandez ຢູ່​ນະຄອນຫຼວງ​ລາ​ຮາ​ວານ. ​ໃນ​ບົດ​ຂຽນດ້ວຍ​ຫົວ​ຂໍ້ “ກູ​ບາ ​ແລະ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​​ເສດຖະກິດ-ການ​ຄ້າ ​ແລະ ວິທະຍາສາດ-​ເຕັກນິກ“, ໜັງສືພິມ “ຊາວ​ໜຸ່ມ​ລຸກ​ຮຶ້ຂຶ້ນ“ ​ໄດ້​ເນັ້ນຫນັກ​ວ່າ: ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕິ​ນຢຸງ ​ໄດ້​ຕີ​ລາຄາ​ສູງບັນດາ​ຜົນງານ​ໃນ​ຫຼາຍ​ຂົງ​ເຂດ​ຂອງ​ກູ​ບາ ​ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ສະໜັບສະ​ໜູນຂອງ​ກູ​ບາ ຕໍ່​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ ກໍ່​ຄື​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.

ແຈ້ງ​ການ​ຮ່ວມ​ຫວຽດນາມ-​ກູ​ບາ

ຕອນ​ບ່າຍ​ວັນ​ທີ 28/3, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​​ເດີນທາງ​ໄປ​ຢ້ຽມຢາມ Haiti, ສິ້ນ​ສຸດ​ການ​ຢ້ຽມຢາມ ກູ​ບາ ຢ່າງ​ຈົບງາມ. ​ເນື່ອງ​ໃນ​ໂອກາດ​ນີ້,​ສອງ​ຝ່າຍ​ໄດ້​ອອກ​ແຈ້ງກາ​ນຮ່ວມ ຫວຽດນາມ - ກູ​ບາ. ​ແຈ້ງການ​ຊີ້​ແຈ້ງວ່າ: ການ​ນຳ​ສອງ​ປະ​ເທດ​ໝັ້ນ​ໝາຍ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ປະຕິບັດ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 55 ປີ​ແຫ່ງ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ປີ 2015. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແລະ ທ່ານ​ປະທານ​ສະພ​າ​ແຫ່ງ​ລັດ ກູ​ບາ Raul Castro Ruz ຢືນຢັນ: ການສະຫນັບສະຫນູນຂອງ​ຕົນ​ສຳລັບ​ກຸ່ມ G77, ບົດບາດ​ເປັນ​ປະທານ​ກຸ່ມ​ຂອງ​ປະ​ເທດສາທາລະນະ​ລັດ Bolivia ​ແລະ ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ນີ້ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 6/2014. ການ​ນຳ​ສອງ​ທ່ານ ​ໄດ້​ຊີ້​ແຈ້ງວ່າ: ບັນດາ​ການ​ພິພາດ​ສາກົນ ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ. ​ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີສົມທົບ​ກັນ, ຮ່ວມ​ມື ​ແລະ ສະຫນັບສະຫນູນ​ເຊິ່ງກັນ ​ແລະ​ກັນ ຢູ່​ບັນດາ​ອົງການ​ສາກົນ ​ແລະ ​ເວທີ​ປາ​ໄສ​ຫລາຍ​ຝ່າຍ ຊື່​ງສອງ​ປະ​ເທດ​ພ້ອມ​ກັນ​ເປັນ​ສະມາຊິກ.

ຂ່າວ/ບົດ​ອື່ນ